ປິດແລ້ວ​ມະ​ຫະ​ກຳ​ກິ​ລາ​ຊີ​ເກມ​ຄັ້​ງ​ທີ 29
2017-08-31 11:33:42  cri 
ມະ​ຫະ​ກຳ​ກິ​ລາ​ຊີ​ເກມ​ຄັ້ງ​ທີ 29 ທີ່​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ກົວ​ລາ​ລຳ​ເປີ​ປະ​ເທດ​ມາ​ເລ​ເຊຍ​ໄດ້​ປິດ​ລົງ​ໃນ​ວັນ​ທີ 30 ສິງ​ຫາ​ນີ້ ໂດຍ​ເຈົ້າ​ພາບ​ເປັນ​ເຈົ້າ​ຫຼຽນ​ຄຳ​ດ້ວຍ​ການ​ໄດ້​ເຖິງ 145 ຫຼຽນ.

ມະ​ຫະ​ກຳ​ກິ​ລາ​ຄັ້ງ​ນີ້​ມີ​ນັກ​ກິ​ລາ​ຈາກ​ 11 ປະ​ເທດ​ຫຼາຍກວ່າ 4.900 ຄົນ​ເຂົ້າ​ຮ່ວມ​ເຊັ່ນ: ລາວ, ບ​ຣູ​ໄນ, ໄທ, ກຳ​ປູ​ເຈຍ, ມຽນ​ມາ, ຕີ​ມໍ​ເລັ​ສ​ເຕ, ອິນ​ໂດ​ເນ​ເຊຍ, ຟີ​ລິບ​ປິນ,​ ຫວຽດ​ນາມ, ສິງ​ກະ​ໂປ ແລະ​ມາ​ເລ​ເຊຍ ໂດຍ​ການ​ຊິງ​ຫຼຽນ​ຄຳ 404 ຫຼຽນ​ໃນ 38 ລາຍ​ການ​ແຂ່​ງ​ຂັນ. ຂະ​ນະ​ດຽວ​ກັນ ມະ​ຫະ​ກຳ​ກິ​ລາ​ຊີ​ເກມ​ຄັ້ງ​ນີ້​ເນັ້ນ​ຄຳ​ຂວັນ "ຮ່ວມ​ກັນ​ຈະ​ເລີນ" ເຊິ່ງໝາຍ​ເຖິງ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​​ກ້າວ​ສູ່​ຍຸກ​ສະ​ໄໝ​ຮ່ວມ​ກັນ​ພັດ​ທະ​ນາ​ໃນ​ຖາ​ນະ​ເປັນ​ປະ​ຊາ​ຄົມ ແລະນີ້​​ແມ່ນຄັ້ງ​ທີ 6 ທີ່​ມາ​ເລ​ເຊຍ​ເປັນ​ເຈົ້າ​ພາບຈັດ​ມະ​ຫະ​ກຳ​ກິ​ລາ​ຊີ​ເກມ​.

ຂ່າວ​ແຈ້ງວ່າ: ມະ​ຫະ​ກຳ​ກິ​ລາ​ຊີ​ເກມ​ຄັ້ງ​ທີ 30 ຈະ​ຈັດ​ຂຶ້ນ​ຢູ່​ຟີ​ລິບ​ປິນ​ໃນ​ປີ 2019.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ