ຈີນເດີນ​ໜ້າ​ຄົ້ນ​ຄວ້າ​ຜະ​ລິດ​ລົດ​ໄຟ​​ຄວາມ​ໄວ​ສູ​ງ​ຮຸ່ນ​ໃໝ່, ​ໃນຄວາມ​ໄວ 4000 ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ
2017-08-31 15:36:14  cri 

ຕາມ​ຂ່າວ CRI: ກອງ​ປະ​ຊຸມ​ເວ​ທີ​ປຶ​ກ​ສາ​ຫາ​ລື​ສຸດຍອດ​ການ​ບິນ​ອະ​ວະ​ກາດ​ດ້ານ​ທຸ​ລະ​ກິດ​ສາ​ກົນ​ຈີນ​ຄັ້ງ​ທີ 3 ໄດ້​ຈັດ​ຂຶ້ນ​ຢູ່​ມືອງ​ວູ​ຮ້ານ​ແຂວງ​ຫູ​ເປີຍ ສ​ປ ຈີນ​ໃນ​ວັນ​ທີ 30 ສິງ​ຫາ​ນີ້, ໂດຍ​ເນັ້ນ​ຫົວ​ຂໍ້ "ເຕົ້າ​ໂຮມ​ຊັບ​ພະ​ຍາ​ກອນ​ໂລກ, ຮ່ວມ​ກັນ​ຊຸກ​ຍູ້​ພັດ​ທະ​ນາ​ການ​ບິນ​ອະ​ວະ​ກາດ​ດ້ານ​ທຸ​ລະ​ກິດ". ​ແລະ​ໃນ​ໂອ​ກາດ​ດັ່​ງ​ກ່າວ, ກຸ່ມ​ບໍ​ລິ​ສັດອຸດ​ສາ​ຫະ​ກຳ​ແລະ​ ວິ​ທະ​ຍາ​ສາດ​​ການ​ບິນ​ແລະ​ອະ​ວະ​ກາດຈີນ​ຫຼື CASIC ໄດ້​ເປີດ​ເຜີຍ​ແຜນ​ພັດ​ທະ​ນາ​​ໃນ​ຂົງ​ເຂດ​ການ​ບິນ​ອະ​ວະ​ກາດ​ດ້ານ​ທຸ​ລະ​ກິດ​ຂອງ​ຕົນ, ແລະ​​ໂຄງ​ການ "ລົດ​ໄຟ​​ຄວາມ​ໄວ​ສູງຮຸ່ນ​ໃໝ່" ໄດ້​ເຂົ້າ​ສູ່​ໄລ​ຍະ​ການ​ຄົ້ນ​ຄວ້າ​ແລ້ວ, ​ໂດຍ​ໃນ​ອະ​ນາ​ຄົດຈະ​ນຳ​ໃຊ້​ເຕັກ​ນິກ​ການ​ບິນ​ອະ​ວະ​ກາດ​ເພື່​ອ​​ໃຫ້​ລົດ​ໄຟ​ແລ່ນ​ດ້ວຍຄວາມ​ໄວ​ສູງກວ່າ​ເກົ່າ​ອີກ.

ທ່ານ​ເໝົາ​ຄາຍ, ຜູ້​ຮັບ​ຜິດ​ຊອບ​ເຕັກ​ນິກ​ຂອງ​ໂຄງ​ການ​ດັ່ງ​ກ່າວ​ເປີດ​ເຜີຍວ່າ, ​ກ້າວ​ທຳ​ອິດ​ຂອງ​ໂຄງ​ການ​ນີ້​ຄື​ເຮັດ​ໃຫ້​ລົດ​ໄຟ​ສາ​ມາດ​ແລ່ນ​ດ້ວຍ​ຄວາມ​ໄວ 1000 ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ, ​ເພື່ອຕອບ​ສະ​ໜອງ​ຄວາມ​ຕ້ອງ​ການໃນ​ການ​ເດີນ​ທາງ​ລະ​ຫວ່າງ​ຕົວ​ເມືອງ, ​ສ່ວນ​ກ້າວ​ທີ​ສອງ​​ຈະ​ພັດ​ທະ​ນາ​ໃຫ້​ບັນ​ລຸ​ຄວາມ​ໄວ​ສູງ​ສຸດ​​ເຖິງ 2000 ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ, ເພື່ອ​ສ້າງ​​ເປັນທາງ​ລົດ​ໄຟ​ລະ​ດັບ​ຊາດ, ​ແລະເປົ້າ​ໝາຍ​ສຸດ​ທ້າຍ​ກໍ​ຄື​​ສາ​ມາດ​ແລ່ນ​ໃນຄວາມ​ໄວ 4000 ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ.

1  2  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ