ອຸ​ປະ​ທູດ​ຊົ່ວ​ຄາວຈີນ​ຂອງ​ຄະ​ນະ​​ປະ​​ຈຳ​ອາ​ຊຽນ​​ພົບ​ປະ​ກັບ​ຜູ້​ວ່າ​ການ​ສູນ​ຄົ້ນ​ຄວ້າ​ເສດ​ຖະ​ກິດ​ອາ​ຊຽນ-ອາ​ຊີ​ຕາ​ເວັນ​ອອກ
2017-08-31 15:48:24  cri 
ວັນ​ທີ 29 ສິງ​ຫາ​ນີ້, ທ່ນ​ຈຽງ​ສິນ ອຸ​​ປະ​ທູດ​ຊົ່ວ​ຄາວຈີນ​ຂອງ​ຄະ​ນະ​ປະ​ຈຳ​ອາ​ຊຽນ​​ຈີນ​ໄດ້​ພົບ​ປະ​ກັບ​ທ່ານ​ຮິ​ເຕະ​ໂທ​ຊິ ນິ​ຊິ​ມຸ​ຣະ ຜູ້​ວ່າ​ການ​ສູນ​ຄົ້ນ​ຄວ້າ​ເສດ​ຖະ​ກິດ​ອາ​ຊຽນ-ອາ​ຊີ​ຕາ​ເວັນ​ອອກ​ຫຼື ERIA ຢູ່​ນະ​ຄອນ​ຫຼວງ​ຈາ​ກາ​ຕາ​ປະ​ເທດ​ອິນ​ໂດ​ເນ​ເຊຍ, ໂດຍສອງ​ຝ່າຍ​ໄດ້​ແລກ​ປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ກາ​ນ​ກໍ່​ສ້າງ​ປະ​ຊາ​ຄົມ​ເສດ​ຖະ​ກິດ​ອາ​ຊຽນ, ​ການ​ເຊື່ອມ​ໂຍງເສດ​ຖະ​ກິດ​ອາ​ຊີ​ຕາ​ເວັນ​ອອກ​, ຂະ​ບວນ​ການ​ເຈ​ລະ​ຈາ "ການ​ພົວ​ພັນ​ຄູ່​ຮ່ວມ​ມື​ເສດ​ຖະ​ກິດ​ຮອບ​ດ້ານ​ຂອງ​ພາກ​ພື້ນ"ແລະ​ຍຸດ​ທະ​ສາດ​ພັດ​ທະ​ນາ​ອາ​ຊຽນ​ແລະ​ອື່ນໆ.

ທ່ານ​ຈຽງ​ສິນ​ກ່າວ​ວ່າ, ERIA ແມ່ນ​ອົງ​ການ​ຄົ້ນ​ຄວ້າ​ເສດ​ຖະ​ກິດ​ສຳ​ຄັນ​ຢູ່ອາ​ຊີ​ຕາ​ເວັນ​ອອກ, ​ແລະ​ໄດ້​ຕັ້ງ​ໜ້າປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ສະ​ໜັບ​ສະ​ໜູນ​ການ​ກໍ່​ສ້າງ​ປະ​ຊາ​ຄົມ​ອາ​ຊຽນ​ແລະ​ການ​ເຊື່ອມ​ໂຍງເສດ​ຖະ​ກິດ​ອາ​ຊີ​ຕາ​ເວັນ​ອອກ. ​ໂດຍຈີນ​ຈະ​ສືບ​ຕໍ່​ສະ​ໜັບ​ສະ​ໜູນ​ການ​ຄົ້ນ​ຄວ້າ​ປຶກ​ສາ​ຫາ​ລືວຽກ​ງານ​ທີ່​ກ່ຽວ​ຂ້ອງ​ຂອງ ERIA, ແລະຫວັງ​ວ່າ​ຈະ​ໄດ້​ຮ່ວມ​ຄົ້ນ​ຄວ້າ​ບັນ​ຫາ​ການ​ເຊື່ອມ​ຈອດ​ຂໍ້​ລິ​ເລີ່ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ​ແລະ "ແຜນ​ການ​ລວມ​ອາ​ຊຽນ​ເຊື່ອມ​ຈອດ​ກັນ​ 2025" ກັບ ERIA.
ທ່ານ​ຮິ​ເຕະ​ໂທ​ຊິ ນິ​ຊິ​ມຸ​ຣະ ກ່າວ​ວ່າ​ຈີນ​ແມ່ນ​ສະ​ມາ​ຊິກ​ຂອງ​ສະ​ພາ​ມົນ​ຕີ ERIA, ໂດຍ​ຫຼາຍ​ປີ​ຜ່ານ​ມາໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ສຳ​ຄັນ​ໃນ​ຂະ​ບວນ​ການ​ພັດ​ທະ​ນາ ERIA,  ແລະ ERIA ຫວັງ​ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ເສດ​ຖະ​ກິດ​ການ​ຄ້າ, ພະ​ລັງ​ງານ​ແລະ​ອື່ນໆ, ລວມ​ທັງຊຸກ​ຍູ້​ການ​ຮ່ວມ​ມື​ເສດ​ຖະ​ກິດ​ອາ​ຊີ​ຕາ​ເວັນ​ອອ​ກ​​ກັບ​ຈີນ​ຕື່ມ​ອີກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ