ສຳ​ເລັດ​ການ​ກໍ່​ສ້າງໂຮງ​ໝໍ​ມິດ​ຕະ​ພາບ​ນ້ອຍ​ຈີນ​ມຽນ​ມາ​​ຢູ່​ກິ່ງ​ແຂວງ​ນູ້​ຈ່ຽງ
2017-08-31 15:50:47  cri 
ຫ້ອງ​ການ​ວຽກ​ງານ​ການ​ຕ່າງ​ປະ​ເທດ​ແລະ​ຈີນ​ຕ່າງ​ດ້າວ​ຂອງ​ອົງ​ການ​ປົກ​ຄອງ​​ກິ່ງ​ແຂວງ​ນູ້​ຈ່ຽງ​ແຂວງ​ຢຸນ​ນານ ສ​ປ ຈີນ​ເປີດ​ເຜີຍ​ໃນ​ວັນ​ທີ 30 ສິງ​ຫາ​ນີ້​ວ່າ, ຫຼັງ​ໃຊ້​ເວ​ລາ 10 ເດືອນ, ໂຮງ​ໝໍ​ມິດ​ຕະ​ພາບ​ນ້ອຍ​ທີ່​ຕັ້ງ​ຢູ່​ບ້ານ​ກັ່ງ​ຝັງ​ເຂດ​ພ້ຽນ​ມາ​ເມືອງ​ລູ​ສຸຍ​ກິ່ງ​ແຂວງ​ນູ້​ຈ່ຽງ​ກໍ​ໄດ້​ສ້າງ​ສຳ​ເລັດ​, ​ເຊິ່ງ​ຈະ​ສ້າງ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ຊາວ​ບ້ານ​ປະ​ມານໝື່ນ​ຄົນ​ທີ່​ອາ​ໄສ​ຢູ່​ຊາຍ​ແດນ​ລະ​ຫວ່າງ​ຈີນ​- ​ມຽນ​ມາ.

ບ້ານ​ກັ່ງ​ຝັງ​ມີ104ຄອບ​ຄົວ​ແລະ​ມີ​ພົນ​ລະ​ເມືອງ 372 ຄົນ, ໂດຍ​ທິດ​ໃຕ້, ​ຕາ​ເວັນ​ຕົກ​ແລະ​​ທິດ​ເໜືອ​ຕິດ​ກັບ​ມຽນ​ມາ, ແມ່ນ​ບ້​ານ​ທີ່​ມີ​ຊາວ​ຈີນ​ຕ່າງ​ດ້າວ​ກັບ​ຄືນ​ປະ​ເທດອາ​ໄສ​ສູ່​ຫຼາຍ​ທີ່​ສຸດ​​ໃນກິ່ງ​ແຂວງ​ນູ້​ຈ່ຽງ. ​ເນື່ອງ​ຈາກ​ເປັນ​ເຂດ​ຫ່າງ​ໄກ​ສອກ​ຫຼີກ, ການ​ໄປ​ຫາ​ໝໍ​ແລະ​ປິ່ນ​ປົວບໍ່​ສະ​ດວກ, ຂະ​ນະ​ດຽວ​ກັນ​ປະ​ຊາ​ຊົນ​ມຽນ​ມາ​ທີ່​ອາ​ໄສ​ຢູ່​ຊາຍ​ແດນ​ກໍ​​ຜະ​ເຊີນ​​ບັນ​ຫານີ້​ເຊັ່ນ​ດຽວ​ກັນ.

ເລ​ຂາ​ທິ​ການ​ຄະ​ນະ​ກຳ​ມະ​ການ​ສັນ​ຕິ​ພາບ​ແລະ​ການ​ພັດ​ທະ​ນາ​ທ່ຽນ​ໝໍ​​ລັດ​ຄະ​ຊິນ​ປະ​ເທດ​ມຽນ​ມາ​ກ່າວ​ໃນ​ພິ​ທີດັ່ງ​ກ່າວ​ວ່າ, "ມີ​ໂຮງ​ໝໍ​ມິດ​ຕະ​ພາບ​ນ້ອຍ​​ນີ້, ພວກ​ເຮົາ​ກໍ​ສາ​ມາດ​ໄປ​ຫາ​ໝໍໄດ້​ຢ່າງ​ສະ​ດວກ, ​ແລະ​ສະ​ແດງ​ຄວາມຂອບ​ໃຈ​ຈີນ​ເປັນ​ຢ່າງ​ຍິ່ງ".
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ