ລາວຈະໃຊ້ມາດຕະການໃໝ່ເພື່ອຄຸ້ມຄອງແຮງງານຕ່າງດ້າວ
2017-08-31 10:03:40  cri 
ເລີ່ມແຕ່ເດືອນກັນຍາເປັນຕົ້ນໄປ,ລັດຖະບານລາວຈະຕັ້ງຫ້ອງການຢູ່ສຳນັກງານແຮງງານແລະສະຫວັດດີການສັງຄົມຂອງແຂວງຕ່າງໆໃນທົ່ວປະເທດ,ເພື່ອອອກວີຊາຊົ່ວຄາວໃຫ້ແກ່ແຮງງານຜິດກົດໝາຍທີ່ມາຈາກຕ່າງປະເທດ.

ປັດຈຸບັນ, ຢູ່ລາວມີແຮງງານຕ່າງດ້າວປະມານ54.000 ຄົນ, ໃນນັ້ນມີປະມານ 24.000 ຄົນເປັນແຮງງານທີ່ເຂົ້າມາຢ່າງບໍ່ຖືກກົດໝາຍ,ເຊິ່ງສ່ວນຫຼາຍມາຈາກຫວຽດນາມ, ຈີນ ແລະໄທ.

ຫົວໜ້າກົມແຮງງານກະຊວງແຮງງານແລະສະຫວັດດີການສັງຄົມລາວກ່າວວ່າ,ຈຸດປະສົງຂອງການນຳໃຊ້ມາດຕະການໃໝ່ນີ້ແມ່ນເພື່ອເກັບກຳຂໍ້ມູນ ແລະສຳຫຼວດຈຳນວນຂອງແຮງງານຕ່າງດ້າວທີ່ຜິດກົດໝາຍ,ເຮັດໃຫ້ລັດຖະບານສາມາດຈັດສັນຊັບພະຍາກອນຢ່າງມີປະສິດທິຜົນ ແລະຫຼີກລ່ຽງສະພາບຄວາມສັບສົນຄືອະດີດ.ທັງຮຽກຮ້ອງໃຫ້ພາກສ່ວນທີ່ກ່ຽວຂ້ອງ ແລະທົ່ວປວງຊົນເຂົ້າຮ່ວມວຽກງານດັ່ງກ່າວ,ເພື່ອຮັບປະກັນໃຫ້ວຽກງານຄຸ້ມຄອງແຮງງານຕ່າງດ້າວດຳເນີນໄປຢ່າງເປັນລະບຽບຮຽບຮ້ອຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ