ນະຄອນຫຼວງວຽງຈັນ ແລະ ນະຄອນຄຸນໝິງ ເພີ່ມທະວີການຮ່ວມມືແຮກສ່ຽວ
2017-08-31 17:02:11  cri 

ຕອນບ່າຍວັນທີ 30 ສິງຫາ 2017 ນີ້, ທີ່ສໍານັກງານປົກຄອງນະຄອນຫຼວງວຽງຈັນ ທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະ ​ໄດ້ຕ້ອນຮັບທ່ານ ເສິງ ຫຼຽນຢວນ ຄະນະພັກແຂວງຢຸນນານ, ເລຂາຄະນະພັກນະຄອນຄຸນໝິງ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນຫຼວງວຽງຈັນ ລະຫວ່າງວັນທີ 30-31 ສິງຫາ 2017ນີ້.

 ໃນໂອກາດດັ່ງກ່າວ, ທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນໄດ້ຕີລາຄາສູງຕໍ່ການມາຢ້ຽມຂອງເຈົ້າຄອງນະຄອນຄຸນໝິງ ແລະ ຄະນະ​ທັງກ່າວວ່າ, ໃນໂອກາດຄົບຮອບ 6 ປີການແຮກ​ສ່ຽວ​ແລະໃນຕໍ່ໜ້າ, ນະຄອນຫຼວງວຽງຈັນເຫັນດີເພີ່ມທະວີການຮ່ວມມື ​ດ້ວຍ​ນ້ຳ​ໃຈມິດຕະພາບ, ຍິນດີຮ່ວມມືພັດທະນາການທ່ອງທ່ຽວ, ອຸດສາຫະກໍາ, ​ການປຸງແຕ່ງ​ແລະການຫຸ້ມຫໍ່ອາຫານ, ການປູກດອກໄມ້​ໃນເຂດຮ້ອນ, ການພັດທະນາຕົວເມືອງ ແລະ ການແລກປ່ຽນຄະນະຜູ້ແທນລະດັບຕ່າງໆກັບຈີນ.

ທ່ານ ເສິງ ຫຼຽນຢວນ ຄະນະພັກແຂວງຢຸນນານ, ເລຂາຄະນະພັກນະຄອນຄຸນໝິງ ກ່າວວ່າ: ພວກເຮົາຄວນເພີ່ມທະວີການພົວພັນການທ່ອງທ່ຽວ ແລະອຸດສາຫະກໍາ ເຊິ່ງ​ປັດຈຸບັນ​ຄຸນ​ໝິງກໍາລັງພັດທະນາ​ໃຫ້ເປັນເຂດການຄ້າເສດຖະກິດ, ສູນວັດທະນະທໍາ, ສູນໃຈກາງຂອງເຕັກນິກວິທະຍາສາດ ແລະ ສູນ​ກາງການເງິນໃນພາກພື້ນ ເພື່ອຈະເຮັດໃຫ້ ເຂດພາກພື້ນໄດ້ພົວພັນກັນຢ່າງແໜ້ນແຟ້ນ ແລະ ເປັນການປະຕິບັດຂໍ້​ລິ​ເລີ່ມ "ໜຶ່ງແລວທາງໜຶ່ງເສັ້ນທາງ" ຂອງ​ທ່ານ​ສີ​ຈິ້ນ​ຜິງ ໃຫ້ປະກົດຜົນເປັນຈິງ. ​ຈາກ​ນີ້, ຂ້າພະເຈົ້າຍິນດີທີ່ຈະຮ່ວມມື ກັບນະຄອນຫຼວງວຽງຈັນໃຫ້ຫຼາຍຂຶ້ນ ໂດຍ​ຈະ​ລະ​ດົມຫຼາຍວິສະຫະກິດເຂົ້າມາລົງ​ທຶນເພື່ອສ້າງໂອກາດໃຫ້ ນັກທຸລະກິດທັງສອງນະຄອນໄດ້ແລກປ່ຽນເຊິ່ງກັນແລະກັນ ແລະຫວັງວ່າໃນຕໍ່ໜ້ານະຄອນຫຼວງວຽງຈັນ ຈະສືບຕໍ່ເພີ່ມທະວີການຮ່ວມມືຫຼາຍຂຶ້ນ ແລະ ຊີ້ນຳ ເພື່ອນໍາໄປປະຕິບັດແລະຜັນຂະຫຍາຍໃຫ້ເປັນຈິງ. ​ຂະ​ນະ​ດຽວ​ກັນ ໃນຕໍ່ໜ້າຈະ​ພະ​ຍາ​ຍາມ​ເຮັດໃຫ້ຕົວເມືອງ ທີ່ມີການທ່ອງທ່ຽວອ້ອມຂ້າງເຕົ້າໂຮມເປັນສະຫະພັນຕົວເມືອງທ່ອງທ່ຽວ ເພື່ອຊຸກຍູ້ການພົວພັນຮ່ວມມື ດ້ານນີ້ໃຫ້ດີຂຶ້ນ. ໂອ​ກາດ​ດັ່ງ​ກ່າວ ທ່ານໄດ້ເຊີນນະຄອນຫຼວງວຽງຈັນເຂົ້າຮ່ວມຕະຫຼາດນັດ ທີ່ນະຄອນຄຸນໝິງຈັດຂຶ້ນທຸກໆປີ ເພື່ອນຳສະເໜີການທ່ອງທ່ຽວຂອງນະຄອນຫຼວງວຽງຈັນ.


1  2  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ