ອິນ​ໂດ​ເນ​ເຊຍ​ສູ້​ຊົນ​​ຜະລິດ​ລົດ​ພະລັງງານ​ໄຟຟ້າ​ກວມ​ 20% ​
2017-09-01 11:41:30  cri 

​ແຫຼ່ງຂ່າວ​ຈາກ​ໜັງສືພິມ​​ໂລກລາຍ​ວັນຂອງ​ອິນ​ໂດ​ເນ​ເຊຍ​ໃຫ້​ຮູ້​ວ່າ: ທ່ານ​ແອ​ລັງກາ ຮາ​ຕາ​ໂຕ ລັດຖະມົນຕີ​ກະຊວງ​ອຸດສາຫະກຳ​ປະ​ເທດ​ຕົນ ກ່າວ​ເມື່ອ​ບໍ່​ດົນ​ມາ​ນີ້​ວ່າ: ລັດຖະບານ​ກຳລັງ​ຊຸກຍູ້​ແຜນການ​ພັດທະນາ​ລົດ​ພະລັງງານ​ໄຟຟ້າ, ຂະນະ​ທີ່​ໜ່ວຍ​ງານ​ທີ່​ກ່ຽວຂ້ອງ​ກໍ​ໄດ້​ຍື່ນ​ແຜນການ​ພັດທະນາ​ລົດ​ພະລັງງານ​ໃໝ່​ໃຫ້​ທ່ານປະທານາທິບໍດີ​​ໂຈ​ໂຄ ວິ​ໂດ​ໂດ ​ແລະ ທ່ານ​ກໍ​ໄດ້​ເຫັນ​ດີ​ທັງ​ລົງ​ນາມແລ້ວ ​ໂດຍ​ເປົ້າໝາຍ​ສູ້​ຊົນ ກໍ​ຄື ​ເຮັດໃຫ້​ປະລິມານ​ການ​ຜະລິດ​ລົດ​ພະລັງງານ​ໄຟຟ້າກວມ​ຍອດ​ການ​ຜະລິດ​ລົດຢ່າງ​ໜ້ອຍ​ 20% ​ເມື່ອ​ຮອດ​ປີ 2025.

ທ່ານ​ຮາ​ຕາ​ໂຕ ກ່າວ​ຕື່ມ​ວ່າ: ​ເພື່ອ​ຮັບປະກັນ​​ໃຫ້​ແຜນການ​ດັ່ງກ່າວ​ປາກົດ​ຜົນ​ເປັນ​ຈິງ, ລັດຖະບານ​ຈະ​ນຳ​ໃຊ້​ມາດ​ຕະການ​ສົ່ງ​ເສີມຫຼາຍຢ່າງ ລວມທັງ​ປັບຫຼຸດ​ພາສີ​ ​ເປັນຕົ້ນ ອັດຕາ​ເສຍ​ພາສີ​ຂອງ​​ເຄື່ອງອາ​ໄຫຼ່ລົດ​ພະລັງງານ​ໄຟຟ້າ 5%, ຂະນະ​ທີ່​ອັດຕາ​ເສຍ​ພາສີ​ຂອງລົດ​ປະ​ເພດທົ່ວ​ໄປ ​ໂດຍ​ສະ​ເພາະ​ລົດປ​ະ​ເພດຫຼູຫຼາພັດສູງ​ເຖິງ 50%.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ