ເກີດ​ແຜ່ນດິນ​ໄຫວ​ຢູ່ເຂດ​ທະ​ເລ​ໃກ້​ແຂວງ​ຊຸ​ມາຕຣາຕາ​ເວັນ​ຕົກອິນ​ໂດ​ເນ​ເຊຍລະດັບ 6,2 ລິກ​ເຕີ
2017-09-01 16:07:37  cri 

ຕອນ​ຮຸ່ງ​ເຊົ້າວັນ​ທີ 1 ກັນຍາ​ນີ້, ຢູ່​ເຂດ​ທະ​ເລ​ໃກ້​ແຂວງ​ຊຸມາຕຣາຕາ​ເວັນ​ຕົກອິນ​ໂດ​ເນ​ເຊຍ ​ໄດ້​ເກີດ​ແຜ່ນດິນ​ໄຫວ​ລະດັບ 6,2 ລິກ​ເຕີ ​ແລະ​ມາ​ເຖິງປັດຈຸບັນ, ຍັງ​ບໍ່​ມີ​ລາຍ​ງານການ​ເສຍ​ຊີວິດ ຫຼື ບາດ​ເຈັບ ​ລວມທັງ​ຄວາມ​ເສຍ​ຫາຍ​ທາງ​ຊັບ​ສິນ​ເທື່ອ.

ທັງ​ນີ້, ​ແຫຼ່ງຂ່າວ​ຈາກ​ເວັບ​ໄຊ​ອົງການ​ອຸຕຸນິຍົມ, ດິນ​ຟ້າ​ອາກາດ ​ແລະ ຟິຊິກໂລກ ປະ​ເທດ​ອິນ​ໂດ​ເນ​ເຊຍ ​ໃຫ້​ຮູ້​ວ່າ: ​ແຜ່ນດິນ​ໄຫວ​ທີ່​ເກີດ​ຂຶ້ນ​ໃນ​ເວລາ 24:06 ​ໂມງຕາມ​ເວລາ​ຈາ​ກາ​ຕານັ້ນມີ​ຈຸດ​ສູນ​ກາງຢູ່​ເຂດ​ທະ​ເລ​ຫ່າງ​ຈາກ​ເມືອງ​ໝູ່​ເກາະ​ເມນ​ຕາ​ເວ ​ແຂວງ​ຊຸມາຕຣາຕາ​ເວັນ​ຕົກ​ໄປ​ທາງ​ຕາ​ເວັນ​ອອກສຽ​ງ​ເໜືອ 80 ກິ​ໂລ​ແມັດ, ​ຫ່າງ​ຈາກ​ເມືອງ​ປາ​ດາງ ​ເທດສະບານ​ແຂວງ​ຊຸ​ມາຕຣາຕາ​ເວັນ​ຕົກປະມານ 77,8 ກິ​ໂລ​ແມັດ ​ແລະ​ເລິກ​ລົງ​ໃຕ້​ດິນ 10 ກິ​ໂລ​ແມັດ. ຂະນະ​ທີ່​ອົງການ​ຕິດຕາມ​ແຜ່ນດິນ​ໄຫວ​ອິນ​ໂດ​ເນ​ເຊຍ ບໍ່​ໄດ້​ແຈ້ງ​ເຕືອນ​ໄພ​ສຶນາ​ມິ​ຈາກ​ແຜ່ນດິນ​ໄຫວ​ເທື່ອ​ນີ້.

ສ່ວນຜົນ​ການວັດແທກ​ແຜ່ນ​ດິນ​ໄຫວ​ດັ່ງກ່າວ​ຈາກອົງການ​ສຳຫຼວດ​ທໍລະນີ​ສາດ​ອາ​ເມ​ລິ​ກາ  ​ແມ່ນ​ລະດັບ 6,3 ລິກ​ເຕີ ​ແລະ​ເລິກ​ລົງ​​ໃຕ້ດິນ 45,1 ກິ​ໂລ​ແມັດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ