ມຽນມາຈັດ​ພິທີ​​ຊົມ​ເຊີຍ​ຜົນສຳ​ເລັດ​​ໂຄງການປ່າ​ສາທິດ​ຊີວະ​ພາບ​ມິດຕະພາບ​ຈີນ-ມຽນມາ
2017-09-01 16:09:28  cri 

ພິທີຊົມ​ເຊີຍ​ຜົນສຳ​ເລັດ​ໂຄງການ "ປ່າ​ສາທິດ​ຊີວະ​ພາບ​ມິດຕະພາບ​ຈີນ-ມຽນມາ" ​ເຊິ່ງ​ເປັນ​ຜົນງານ​ການ​ຮ່ວມ​ມື​ລະຫວ່າງ​ສະຖານທູດ​ຈີນ​ປະຈຳ​ມຽນມາ ​ແລະ ກະຊວງ​ຊັບພະຍາກອນ​ທຳ​ມະ​ຊາດ ​ແລະ ການ​ອະນຸລັກ​ສິ່ງ​ແວດ​ລ້ອມ​ມຽນມາ ​ໄດ້​ຈັດ​ຂຶ້ນຢູ່​ເມືອງ​ເຕືອງວິ​ງຍີ ​ແຂວງ​ມັກ​ເວ ປະ​ເທດ​ມຽນມາ ​ໃນ​ວັນ​ທີ 31 ສິງຫາ​ຜ່ານ​ມາ ​ໂດຍ​ທ່ານ​ອອງ​ວິນ ລັດຖະມົນຕີ​ກະຊວງ​ຊັບພະຍາກອນ​ທຳ​ມະ​ຊາດ ​ແລະ ການ​ອະນຸລັກ​ສິ່ງ​ແວດ​ລ້ອມ​ມຽນມາ ​ແລະ ທ່ານ​ຫົງ​ລ້ຽງ ​ເອກ​ອັກ​ຄະ​ລັດຖະທູດ​ຈີນ​ປະຈຳ​ມຽນມາ ພ້ອມ​ດ້ວຍ​ຜູ້ຕາງໜ້າ​ວິ​ສາ​ຫະກິດ​ຈີນ​ຢູ່​ມຽນມາ​ຈຳນວນ​ໜຶ່ງ​ເຂົ້າຮ່ວມ.

​ໂຄງການ "ປ່າ​ສາ​ທິດ​ຊີວະ​ພາບ​ມິດຕະພາບ​ຈີນ-ມຽນມາ" ​ໄດ້​ຈັດ​ພິທີເລີ່​ມດຳ​ເນີນຢູ່​ນະຄອນ​ຢາງ​ກຸ້ງ ​​ໃນ​ເດືອນ​ຕຸລາ​ປີຜ່ານມາ ຫຼັງກົມ​ຄຸ້ມ​ຄອງ​ປ່າ​​ໄມ້ ກະຊວງ​ຊັບພະຍາກອນ​ທຳ​ມະ​ຊາດ ​ແລະ ການ​ອະນຸລັກ​ສິ່ງ​ແວດ​ລ້ອມ​ມຽນມາ, ສະຖານທູດ​ຈີນ​ປະຈຳມຽນມາ ​ແລະ ສູນ​ສຶກສາຄົ້ນຄວ້າ​ຊີວະ​ນານາ​ພັນ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ ສະ​ຖາບັນ​ວິທະຍາສາດ​​ແຫ່ງຊາດ​ຈີນ ຮ່ວມ​ກັນ​ລົງ​ນາມ​ໃນ​ບົດ​ບັນທຶກ​ຄວາມ​ເຂົ້າ​ໃຈ. ຕາມ​ແຜນການຂອງ​ໂຄງການ, ສະຖານທູດ​ຈີນ​ອອກ​ທຶນກວ່າ 400 ລ້ານ​ຈາດ ຫຼື ປະມານ 2 ລ້ານ​ຢວນ​ເພື່ອ​ກ້າ​ເບ້ຍ​ໄມ້​ປະມານ 1 ​ແສນ 5 ໝື່ນ​ເບ້ຍ​ຢູ່​ບໍລິ​ເວນ​ດິນເຮື້ອ 40 ​ເຮັກຕາ​ໃນ​ເຂດປ່າ​ສະຫງວນ​​ເມືອງ​ເຕືອງວິ​ງຍີ ​ແຂວງ​ມັກ​ເວ​ປະ​ເທດ​ມຽນມາ ​ແລະ​ກະຊວງ​ຊັບພະຍາກອນ​ທຳ​ມະ​ຊາດ​ແລະ​ການ​ອະນຸລັກ​ສິ່ງ​ແວດ​ລ້ອມ​ປະ​ເທດ​ດັ່ງກ່າວ​​ເປັນ​ຜູ້​ຮັບຜິດຊອບ​ປູກ ​ແລະ ບົວລະບັດ​ຮັກສາ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ