ສ​ປ​ປ ເກົາ​ຫຼີ ຄັດ​ຄ້ານ​ຖະ​ແຫຼງ​ການຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ
2017-09-01 11:31:01  cri 
ວັນ​ທີ 31 ສິງ​ຫາ​ຜ່ານ​ມາ, ສ​ປ​ປ ເກົາ​ຫຼີ ​ອອກ​ມາ​ປະ​ກາດ​ວ່າ: ​ຄັດ​ຄ້ານຖະ​ແຫຼງ​ການຂອງ​ປະ​ທານ​ສະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ​ຫຼັງ​ປະ​ເທດ​ຕົນຍິງ​ລູກ​ສອນ​ໄຟ​ໄລ​ຍະ​ກາງ​ແລະ​ໄກ ແລະ​ຢືນ​ຢັນ​ວ່າ​ການ​ຍິງ​ລູກ​ສອນ​ໄຟ​ແມ່ນ​ການ​ຕອບ​ໂຕ້​ອາ​ເມ​ລິ​ກາ​-ສ.ເກົາ​ຫຼີ ຊ້ອມ​ຮົບ​ຮ່ວມ.

ຂ່າວ​ສານ​ສູນ​ກາງ​ຂອງ​ ສ​ປ​ປ ເກົາ​ຫຼີ ລາຍ​ງານ​ວ່າ: ວັນ​ທີ 31 ສິງ​ຫາ​ຜ່ານ​ມາ, ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ສ​ປ​ປ ເກົາ​ຫຼີ ກ່າວ​ວ່າ: ຫວ່າງ​ມໍ່ໆ​ມາ​ນີ້, ສະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ​ໄດ້​ອອກ​ຖະ​ແຫຼງ​ການ​ຂອງ​ປະ​ທານ​ສະ​ບັບ​ໜຶ່ງ​ຕໍ່​ກໍ​ລະ​ນີ​ທີ່ ສ​ປ​ປ ເກົາ​ຫຼີ ​ທົດ​ສອບ​ການຍິງ​ລູກ​ສອນ​ໄຟໄລ​ຍະ​​ກາງ​ແລະ​ໄກ ໂດຍ​ຖະ​ແຫຼງ​ການ​ດັ່ງ​ກ່າວ​ໄດ້​ບິດ​ເບືອນ​ຄວາມ​ຈິງ, ແມ່ນ​ຄວາມ​ປ່າ​ເຖື່ອນ​ທີ່​ທຳ​ລາຍ​ສິດ​ປ້ອງ​ກັນ​ຕົວ​ຂອງ​ປະ​ເທດ​ອະ​ທິ​ປະ​ໄຕ, ສ​ປ​ປ ເກົາ​ຫຼີ​ ​ຈຶ່ງ​ຄັດ​ຄ້ານ​ຢ່າງ​ຮອບ​ດ້ານ​ຕໍ່​ເລື່ອງ​ນີ້.

ໂຄ​ສົກ​​ທ່ານ​ດັ່ງ​ກ່າວ​ຍັງ​ກ່າວ​ຕື່ມ​ວ່າ: ການ​ທົດ​ສອບ​ຍິງ​ລູກ​ສອນ​ໄຟ​ຄັ້ງ​ນີ້​ເປັນ​ກ້າວ​ທຳ​ອິດ​ໃນການ​ຕອບ​ໂຕ້​ຢ່າງ​ເດັດ​ຂາດ​ຕໍ່​ການ​ຊ້ອມ​ຮົບ​ຮ່ວມ​ຂອງກອງ​ປ້ອງ​ກັນ​ຕົວ​ເພື່ອ​ອິດ​ສະ​ຫຼະ(UFG)ອາ​ເມ​ລິ​ກາ​-ສ.ເກົ​າ​ຫຼີ. ​ຂະ​ນະ​ດຽວ​ກັນ,ອາ​ເມ​ລິ​ກາ​ບໍ່​ເຄີຍ​ເອົາ​ຫົວ​ໃສ່​ໃຈ​ຊາ​ຕໍ່​ການ​ຕັກ​ເຕືອນ​ແລະ​ຮັບ​ເອົາ​ມາດ​ຕະ​ການ​ຫຼຸດ​ຜ່ອນສະ​ຖາ​ນະ​ການຂອງ ສ​ປ​ປ ເກົາ​ຫຼີ​ ແຕ່​ປະ​ການ​ໃດ ເຊິ່ງ​ປະ​ເທດ​ຕົນ​ບໍ່​ມີ​ທາງ​ເລືອກ​ອື່ນ​ໃດ ນອກ​ຈາກ​ການ​ຕອບ​ໂຕ້​ດ້ວຍ​ກຳ​ລັງ​ເທົ່າ​ນັ້ນ ແລະ​ເປົ້າ​ໝາຍໃນ​ຕໍ່​ໜ້າ ສ​ປ​ປ ເກົາ​ຫຼີ ຍັງ​ຈະ​ຖື​ມະ​ຫາ​ສະ​ໝຸດ​ປາ​ຊີ​ຟິກ​ດຳ​ເນີນ​ການທົດ​ສອບ​ຍິງ​ລູກ​ສອນ​ໄຟ​ໃຫ້​ຫຼາຍກວ່າ​ເກົ່າ ເພື່ອ​ຊຸກ​ຍູ້​ອາ​ວຸດ​ຍຸດ​ທະປະ​ກອນ​ຫັນ​ເປັນ​ແບບ​ທັນ​ສະ​ໄໝ​ແລະການ​ສູ້​ຮົບ​ຕົວ​ຈິງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ