ໃຈ​ດີໃຫ້​ແກ່​ນັກ​ທ່ອງ​ທ່ຽວ​ດື່ມ​ຊາ​ບໍ່​ເສຍ​ຄ່າ​ເປັນ​ເວ​ລາ 24 ປີ
2017-09-01 17:00:37  cri 


ຢູ່​ຈ້າຍ​ພູ​ເຂດ​ທິ​ວ​ທັດ​ທຳ​ມະ​ຊາດ​ແຫ່ງ​ໜຶ່ງ​ຂອງ​ເມືອງ​ຮຸ້ຍ​ຊ່າງ​ແຂວງ​ຈ່ຽງ​ຊີ່​​ມີ​ຊາຍ​ຊະ​ລາ​ອາ​ຍຸກວ່າ 80 ປີ​ຜູ້​ໜຶ່ງ​ພວມ​ບໍ​ລິ​ການ​ນ້ຳ​ຊາ​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ​ທີ່​ມາ​ທ່ຽວ ​ໂດຍ​ບໍ່​ເກັບ​ເງິນ​ເຊິ່ງ​ມາ​ຮອດ​ປັດ​ຈຸ​ບັນ​ເປັນ​ເວ​ລາ 24 ປີ​ແລ້ວ. ​ພໍ່​ເຖົ້າ ໂຈ່ວ​ເວີນ​ໂຢງ ທີ່ປີ​ນີ້​ອາ​ຍຸ 81 ປີ​ແລ້ວ, ເພິ່ນ​ເລີ່ມ​ບໍ​ລິ​ການ​ນ້ຳ​ຊາ​ແລະ​ບ່ອນ​ພັກ​ຜ່ອນ​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ ໂດຍ​ບໍ່​ເກັບ​ເງິນ​ມາ​ແຕ່​ປີ 1993. ເພິ່ນເວົ້າ​ດ້ວຍ​ຄວາມ​ພູມ​ໃຈ​ວ່າ: ຊາວ​ບ້ານ​ສ່ວນ​ຫຼາຍ​ທີ່​ດຳ​ລົງ​ຊີ​ວິດ​ໃກ້​ພູ​ລ້ວນ​ແຕ່​ກິນ​ອີ່ມ​ນຸ່ງ​ອຸ່ນ​ແລະ​ຂ້ອຍ​ເອງ​ກໍ​ບັນ​ລຸ​ຄວາມ​ຝັນ​ນ້ອຍໆ​ແລ້ວ​ຍ້ອນ​ຢູ່​ໃກ້​ພູ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ