ຈີນ​​ສະ​ໜັບ​ສະ​ໜູນ​ຂະ​ບວນ​ການ​ເຊື່ອມ​ໂຍງ​ຂອງ​ເອີ​ລົບ
2017-09-01 14:15:47  cri 
ໃນ​ພິ​ທີ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 31 ສິງ​ຫາ​ຜ່ານ​ມາ​, ທ່ານ​ນາງຮ້​ວາ​ຊຸນ​ຢີງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນກ່າວ​ຢ້ຳ​ວ່າ, ​ຈີນ​​ສະ​ໜັບ​ສະ​ໜູນ​ຂະ​ບ​ວນ​ການ​ເຊື່ອມ​ໂຍງ​​ຂອງ​ເອີ​ລົບ​ມາໂດຍ​ຕະ​ຫຼອດ, ​ແລະຫວັງ​ໃຫ້​ບຸກ​ຄົນ​ທີ່​ກ່ຽວ​ຂ້ອງ​ເບິ່ງ​ສາຍ​ພົວ​ພັນ​ລະ​ຫວ່າງ​ຈີນ​ກັບ​ ​ເອີ​ລົບ​​ຢ່າງພາ​ວະ​ວິ​ໄສ​ແລະ​ເປີດ​ເຜີຍ.

Deutsche Welle ຂອງ​ເຢຍ​ລະ​ມັນ​ລາຍ​ງານ​ວ່າ, ທ່ານ​ຊິກ​ມາ ກ​ງາ​ເປ​ຣຍ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ເຢຍ​ລະ​ມັນ​ກ່າວ​​ຫວ່າງ​ມໍ່ໆ​ມາ​ນີ້​ວ່າ, ຈີນ​ຄວນ​ປະ​ຕິ​ບັດ​ຕາມຫຼັກ​ການ "ເອີ​ລົບ​ດຽວ", ຫາກ​ບໍ່​ແມ່ນ​ແບ່ງ​ແຍກ​​ເອີ​ລົບ. ຂະ​ນະ​ດຽວ​ກັນ​ກໍ​ຮຍກ​ຕ້ອງໃຫ້​ເອີ​ລົບ​ຮ່ວມ​ກັນ​ວາງ​ຍຸດ​ທະ​ສາດ​ຕໍ່​ຈີນ​ໂດຍ​ໄວ. ຕໍ່​ເລື່ອງ​ນີ້, ທ່ານ​ນາງ​ຮ້​ວາ​ຊຸນ​ຢິງ​ກ່າວ​ວ່າ:

"ຂ້າ​ພະ​ເຈົ້າ​ຮູ້​ສຶກ​ຕົກ​ໃຈ​ທີ່​ຍິນ​ຖ້ອຍ​ຄວາມ​​ດັ່ງ​ກ່າວ​ຂອງ​ທ່ານ​ກາ​ເປ​ຣຍ, ​ແຕ່​ຄິດ​ວ່າ​ຄວາມ​ເວົ້າ​​ເຫຼົ່າ​ນີ້​ບໍ່​ສາ​ມາດ​ຕາງ​ໜ້າ​ຄວາມ​ເຫັນຂອງ​ຄົນ​ເອີ​ລົບ​ສ່ວນ​ຫຼາຍ​. ​ເນື່ອງ​ຈາກສະ​ຫະ​ພາບ​ເອີ​ລົບ​ແມ່ນ​ອົງ​ການ​ພ​າກ​ພື້ນ​ທີ່​ປະ​ກອບ​ດ້ວຍ​ປະ​ເທດ​ທີ່​ມີ​ສິດ​ອະ​ທິ​ປະ​ໄຕ, ຫາກ​ບໍ່​ແມ່ນ​ປະ​ເທດ​​ທີ່​ມີ​ອະ​ທິ​ປະ​ໄຕ. ​ແລະ​ການ​ທີ່ປະ​ເທດ​ອື່ນ​ເສີມ​ສ້າງສາຍ​ພົວ​ພັນ​ກັບ​ສະ​ຫະ​ພາບ​ເອີ​ລົບ​ແລະ​ປະ​ເທດ​ສະ​ມາ​ຊິກ​ຂອງ​ສະ​ຫະ​ພາບ​ເອີ​ລົບ​​ນັ້ນ​ບໍ່​ມີ​ຄວາມ​ຂັດ​ແຍ້ງ​ກັນ. ​ຈາກ​ນີ້ຈີນຈຶ່ງ​ສະ​ໜັບ​ສະ​ໜູນ​ຂະ​ບວນ​ການ​ເຊື່ອມ​ໂຍງ​ເຂົ້າ​ກັນ​ຂອງ​ເອີ​ລົບ​ມາ​ໂດຍ​ຕະ​ຫຼອດ, ​ແລະຫວັງ​​ໃຫ້​ບຸກ​ຄົນ​ທີ່​ກ່ຽວ​ຂ້ອງ​ເບິ່ງ​ສາຍ​ພົວ​ພັນ​ລະ​ຫວ່າງ​ຈີນ​ກັບ​ເອີ​ລົບຢ່າງ​ພາ​ວະ​ວິ​ໄສ​ແລະ​ເປີດ​ເຜີຍ, ຢ່າ​ເວົ້າ​ດ້ວຍ​ການ​ຂາດຄວາມ​ຮັບ​ຜິດ​ຊອບ, ແລະ​ຢ່າ​​ສ້າງ​ເລື່ອງ​ທີ່​ເປັນ​ການ​ທຳ​ລາຍ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ແລະ​ການ​ຮ່ວມ​ມື​ລະ​ຫ່າງ​ກັນ​ລະ​ກັນ."
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ