ກະ​ຊວງ​ການ​ຕ່າງ​ປະ​ເທດ​ໄທ​ກ່າວ​​ຍັງ​ບໍ່​ຮູ້​ບ່ອນ​ຢູ່​ຂອງ​ທ່ານ​ນາງ​​ຍິ່ງ​ລັກ ຊິນ​ນະ​ວັດ
2017-09-01 14:17:13  cri 
ທ່ານດອນ ປຣະມັດ​ວິ​ໄນ, ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​​ໄທ​ກ່າວ​ໃນ​ວັນ​ທີ 31 ສິງ​ຫາ​ຜ່ານ​ມາ​ວ່າ, ປັດ​ຈຸ​ບັນ, ລັດ​ຖະ​ບານ​ຕົນ​ຍັງ​ບໍ່​ສາ​ມາດ​ຮູ້​ບ່ອນ​ຢູ່​ຂອງ​ທ່ານ​ນາງ​ຍິ່ງ​ລັກ ຊິນ​ນະ​ວັດ ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ເທື່ອ​ແລະ​ກໍ​ບໍ່​ສາ​ມາດ​ຢືນ​ຢັນ​ຕໍ່​ແຫຼ່ງ​ຂ່າວ​ກ່ຽວ​ກັບ​ບ່ອນ​ຢູ່​​ໄດ້​ຢ່າງ​ຈະ​ແຈ້ງ.

ທ່ານ​ນາງ​ຍິ່ງ​ລັກ ຊິນ​ນະ​ວັດ ບໍ່​ຂຶ້ນ​ສານຮັບ​ຟັງ​ຄຳ​ຕັດ​ສິນ​ "ຄະ​ດີ​ຮັບ​ຈຳ​ນຳ​ເຂົ້າ​ສານ" ໃນ​ວັນ​ທີ 25 ສິງ​ຫາ​ຜ່ານ​ມາ.

ທ່ານດອນ ກ່າ​ວ​ວ່າ, ຖ້າ​​ລັດ​ຖະ​ບານ​ຮູ້​ບ່ອນ​ຢູ່​ຂອງ​ທ່ານ​ຍິ່ງ​ລັກ​ແລ້ວ, ຈະ​ຮຽກ​ຮ້ອງ​ໃຫ້​ປະ​ເທດ​​ຕ່າງໆ​ຮ່ວມ​ມື, ແຕ່​ວ່າ​ມາ​ຮອ​ດ​ປັດ​ຈຸ​ບັນ​ຍັງ​ບໍ່​ມີ​ຂ່າວ​ຢ່າງຈະ​ແຈ້ງ​ເທື່ອ. ແນວ​ໃດ​ກໍ​ດີ, ກະ​ຊວງ​ການ​ຕ່າງ​ປະ​ເທດ​ຕົນ​ກໍ​ໄດ້​ຕິດ​ຕໍ່​ກັບ​ປະ​ເທດ​ຈຳ​ນວນ​ໜຶ່ງ​ທີ່​ທ່ານ​ຍິງ​ລັກ​ອາດ​ຈະ​ເດີນ​ທາງ​ໄປ​ຕາມ​ການ​ລາຍ​ງານ, ແຕ່​ບໍ່​ໄດ້​ຄຳ​ຕອບ​ແຕ່​ປະ​ການ​ໃດ.

ກ່ອນ​ໜ້າ​ນີ້, ມີ​ການ​ກ່າວ​ວ່າ​ລັດ​ຖະ​ບານ​ໄທ​ໄດ້​​ຕັ້ງ​ໃຈປ່ອຍ​ທ່ານ​ນາງ​ຍິ່ງ​ລັກ​​ອອກ​ຈາກ​ປະ​ເທດ​ເນື່ອງ​ຈາກ​ໄດ້​ມີ​ການ​ຕົກ​ລົງ​ກັນ, ແຕ່​​ລັດ​ຖະ​ບານ​ໄທ​ໄດ້​ປະ​ຕິ​ເສດ​​ຕໍ່​ກະ​ແສ​ຂ່າວ​ດັ່ງ​ກ່າວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ