ກອງ​ປະ​ຊຸມ​ໝ່ວຍ​ງານ​ປະ​ສົມ​ເພື່ອ​ຜັນ​ຂະ​ຫຍາຍ"ຖະ​ແຫຼງ​ການ​ແຫ່ງ​ການ​ປະ​ພຶດ​ຂອງ​ບັນ​ດາ​ຝ່າຍ​ໃນ​ທະ​ເລ​ຈີນ​ໃຕ້"ຄັ້ງ​ທີ 22 ຈັດຂຶ້ນ​ໃນ​ບັນ​ຍາ​ກາດ​ທີ່​ດີ
2017-09-02 14:14:37  cri 
ວັນ​ທີ 1 ກັນ​ຍານີ້,ທ່ານ​ນາງ​ຮ​ວ້າ​ຊຸ່ນ​ຢີງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ໃນ​ກອງ​ປະ​ຊຸມ​ຂ່າວ​ວ່າ: ກອງ​ປະ​ຊຸມ​ໜ່ວຍ​ງານ​ປະ​ສົມ​ເພື່ອ​ຜັນ​ຂະ​ຫຍາຍ"ຖະແຫຼງການແຫ່ງການປະພຶດຂອງບັນດາຝ່າຍໃນທະເລຈີນໃຕ້"ຄັ້ງທີ 22 ໄດ້​ຈັດ​ຂຶ້ນ​ຢູ່​ຟີ​ລິບ​ປິນ​ໃນ​ວັນ​ທີ 30 ສິງ​ຫາ​ແລ້ວນີ້. ກອງ​ປະ​ຊຸມ​ໄດ້​ດຳ​ເນີນ​ໄປ​ຢ່າງ​ມີ​ໄມ​ຕີ​ຈິດ​ມິດ​ຕະ​ພາບ, ຈະ​ເປັນ​ການ​ເລີ່ມ​ຕົ້ນ​ທີ່​ດີ​ສຳ​ລັບ​ການ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ"ກົດ​ແຫ່ງ​ການ​ປະ​ພຶດ​ຢູ່​ທະ​ເລ​ຈີນ​ໃຕ້".

ທ່ານ​ນາງ​ຮ​ວ້າ​ຊຸ່ນ​ຢີງຍັງ​ກ່າວຕື່ມ​ວ່າ: ວັນ​ທີ 30 ສິງ​ຫາ​ແລ້ວນີ້, ຈີນ​ແລະ​ປະ​ເທດ​ໃນອາ​ຊຽນ​ໄດ້​ຈັດ​ກອງ​ປະ​ຊຸມ​ໜ່ວຍ​ງານ​ປະ​ສົມ​ຄັ້ງ​ທີ 22 ຢູ່​ນະ​ຄອນ​ຫຼວງ​ມະນີ​ລາ​ປະ​ເທດ​ຟີ​ລິບ​ປີນ​ກ່ຽວ​ກັບ​ການ​ປະ​ຕິ​ບັດ"ຖະແຫຼງການ ແຫ່ງການປະພຶດຂອງບັນດາຝ່າຍໃນທະເລຈີນໃຕ້". ກອງ​ປະ​ຊຸມ​ເທື່ອນີ້​ມີ​ຈຸດ​ປະ​ສົງ​ເພື່ອ​ຜັນ​ຂະ​ຫຍາຍ​ບາດ​ກ້າວ​ທີ 2 ໃນ​ໂຄງ​ຄວາມ​ຄຶດ" 3 ບາດ​ກ້າວ"ກ່ຽວ​ກັບການປຶກສາຫາລື"ກົດແຫ່ງການປະພຶດຢູ່ທະເລຈີນໃຕ້"ທີ່​ທ່ານ​ຫວາງອີ້ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ສະ​ເໜີ​ໃນ​ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຈີນ-ອາ​ຊຽນຫວ່າງ​ກ່ອນນີ້, ກອງ​ປະ​ຊຸມ​ດຳ​ເນີນ​ໄປ​ຢ່າງ​ມີ​ໄມ​ຕີ​ຈິດ​ມິດ​ຕະ​ພາບ. ບັນ​ດາ​ຝ່າຍ​ໄດ້​ແລກ​ປ່ຽນ​ຄວາມ​ຄິດ​ຄວາມ​ເຫັນ​ຢ່າງ​ກົງ​ໄປ​ກົງ​ມາ​ແລະ​ເລິກ​ເຊິ່ງ​ໂດຍ​ໝູນ​ອ້ອມ​ຫົວ​ຂໍ້​ຕ່າງໆ​ເຊັ່ນ ການ​ປະ​ຕິ​ບັດ"ຖະ​ແຫຼງ​ການ",ການ​ປຶກ​ສາ​ຫາ​ລື"ກົດ​ແຫ່ງ​ການ​ປະ​ພຶດ,ການ​ຮ່ວມ​ມື​ຕົວ​ຈິງ​ທາງ​ທະ​ເລ​ແລະ​ອື່ນໆ, ແລະ​ໄດ້​ກຳ​ນົດ​ຫຼັກ​ການ ຊ່ອງ​ທາງ ຮູບ​ການ ​ແລະ​ກົນ​ໄກເຮັດ​ວຽກ​ຂອງ​ການ​ປຶກ​ສາ​ຫາ​ລື"ກົດ​ແຫ່ງ​ການ​ປະ​ພຶດ"ໄລ​ຍະ​ຕໍ່​ໄປ, ແລະໄດ້​ມີ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອ​ກະ​ພາບ​ກັນ. ນີ້​ຈະ​ເປັນ​ການ​ເລີ່ມ​ຕົ້ນ​ທີ່​ດີ​ສຳ​ລັບ​ການ​ປຶກ​ສາ​ຫາ​ລື"ກົດແຫ່ງການປະພຶດ"​ໄລ​ຍະ​ຕໍ່​ໄປ. ກ່ອນ​ໄຂ​ກອງ​ປະ​ຊຸມ, ຊ່ຽວ​ຊານ​ ນັກ​ວິ​ຊາ​ການ​ຂອງ​ຝ່າຍ​ຕ່າງໆ​ຍັງ​ໄດ້​ຈັດ​ງານ​ສຳ​ມະ​ນາ​ສະ​ເພາະໂດຍ​ສຸມ​ໃສ່​ບັນ​ຫາ​ການ​ຮ່ວມ​ມື​ຕົວ​ຈິງ​ທາງ​ທະ​ເລ ແລະ​ໄດ້​ມີ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອ​ກະ​ພາບ​ກັນ​ຢ່າງກວ້າງ​ຂວາງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ