ຈີນ​ຍິນ​ດີ​ສືບ​ຕໍ່​ໃຫ້​ການ​ສະ​ໜັບ​ສະ​ໜູນ​ແກ່​ລັດ​ຖະ​ບານ​ຟິ​ລິບ​ປິນ​ໃນ​ການ​ຕ້ານ​ການ​ກໍ່​ການ​ຮ້າຍ
2017-09-02 15:03:40  cri 
ວັນ​ທີ 1 ກັນ​ຍາ​ນີ້, ໃນ​ກອງ​ປະ​ຊຸມ​ຂ່າວ, ທ່ານ​ນາງ​ຮ້​ວາ​ຊຸ່ນ​ຢິງ​ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ, ຈີນ​ຍິນ​ດີ​​ສືບ​ຕໍ່ໃຫ້ການ​ສະ​ໜັບ​ສະ​ໜູນ​ແລະ​ການ​ຊ່ວຍ​ເຫຼືອ​ອັນ​ຈຳ​ເປັນ​ແກ່​ລັດ​ຖະ​ບານ​ຟິ​ລິບ​ປິນ ໃນ​ການຕ້ານ​ການ​ກໍ່​ການ​ຮ້າຍ, ເຊິ່ງ​ລວມ​ທັງ​ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ວຽກ​ງານ​ຈັດ​ສັນ​ແລະ​ສ້າງ​ສາ​ຄືນ​ໃໝ່​ຂອງ​ມາ​ລະ​ວີຫຼັງ​ສົງ​ຄາມ.

ທ່ານ​ນາງ​ຮ້​ວາ​ຊຸ່ນ​ຢິງ​​ຍັງກ່າວ​​ຕື່ມວ່າ, ການ​ໂຈມ​ຕີ​ລັດ​ທິ​ກໍ່​ການ​ຮ້າຍ​ແມ່ນ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຮ່ວມ​ຂອງ​ປະ​ເທດ​ຕ່າງໆ. ຈີນ​ເຊື່ອ​ໝັ້ນ​ວ່າ, ລັດ​ຖະ​ບານ​ຟິ​ລິບ​ປິນ​ມີ​ຄວາມ​ສາ​ມາດ​ສິ້ນ​ສຸດ​ສົງ​ຄາມ​ຕ້ານ​ການ​ກໍ່​ການ​ຮ້າຍ​ເທື່ອ​ນີ້​ໂດຍ​ໄວ, ເພື່ອ​ເຮັດ​ໃຫ້​ປະ​ຊາ​ຊົນ​ຢູ່​ມາ​ລະ​ວີ​ແລະ​ເຂດ​ມິນ​ດາ​ນາວ ຟືນ​ຟູ​ຊີ​ວິດ​ການ​ເປັນ​ຢູ່​ທີ່​ມີ​ສັນ​ຕິ​ພາບ​ແລະ​ຄວາມ​ສະ​ຫງົບ​ສຸກ. ຝ່າຍ​ຈີນ​ໄດ້​ສະ​ໜອງການ​ຊ່ວຍ​ເຫຼືອ​​ດ່ວນ​ໃຫ້​ແກ່​ຟິ​ລິບ​ປິນ​ເພື່ອ​​ຕ້ານ​ການ​ກໍ່​ການ​ຮ້າຍ​ຢູ່​ມາ​ລະ​ວີ​. ຕໍ່​ໄປ, ຈີນ​ຍິນ​ດີ​ສືບ​ຕໍ່​​ໃຫ້​ການ​ສະ​ໜັບ​ສະ​ໜູນ​ແລະ​ການ​ຊ່ວຍ​ເຫຼືອ​ທີ່​ຈຳ​ເປັນ​ຕາມ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຂອງ​ຟິ​ລິບ​ປິນ ເຊິ່ງ​ລວມ​ທັງ​ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ວຽກ​ງານ​ຈັດ​ສັນ​ແລະ​ສ້າງ​ສາ​ຄືນ​ໃໝ່​ຂອງ​ມາ​ລະ​ວີຫຼັງ​ສົງ​ຄາມ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ