ກົດ​ໝາຍ​ວ່າ​ດ້ວຍ​ຄວາມ​ປອດ​ໄພດ້ານ​ນິວ​ເຄຼຍ​ສະ​ບັບ​ທຳ​ອິດ​ຂອງ​ຈີນ​ຈະ​ມີ​ຜົນ​ບັງ​ຄັບ​ໃຊ້​ໃນ​ປີ 2018
2017-09-02 15:09:29  cri 
ວັນ​ທີ 1 ກັນ​ຍາ​ນີ້, ກອງ​ປະ​ຊຸມ​ຄັ້ງ​ທີ 29 ຂອງ​ຄະ​ນະ​ປະ​ຈຳ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ສະ​ໄໝ​ທີ 12 ໄດ້​ລົງ​ຄະ​ແນນ​ສຽງ​ຜ່ານ​ຮັບ​ຮອງ 《ກົດ​ໝາຍ​ວ່າ​ດ້ວຍ​ຄວາມ​ປອດ​ໄພ​​ດ້ານນິວ​ເຄຼຍ​ສາທາ​ລະ​ນະ​ລັດ​ປະ​ຊາ​ຊົນ​ຈີນ》. ກົດ​ໝາຍ​ສະ​ບັບ​ນີ້​ຈະ​ເລີ່ມ​ມີ​ຜົນ​ບັງ​ຄັບ​ໃຊ້​ແຕ່​ວັນ​ທີ 1 ມັງ​ກອນ​ປີ 2018 ເປັນ​ຕົ້ນ​ໄປ, ຈະ​ມີ​ບົດ​ບາດ​ອັນ​ສຳ​ຄັນ​​ຕໍ່ການ​ຊຸກ​ຍູ້​ການ​ພັດ​ທະ​ນາ​ພາ​ລະ​ກິດ​ພະ​ລັງ​ງານ​ນິວ​ເຄຼຍ ​ແລະການ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ດ້ານ​ນິວ​ເຄຼຍ​ຂອງ​ຈີນ.

ຄວາມ​ປອ​ດ​ໄພ​ດ້ານ​ນິວ​ເຄຼຍ​ແມ່ນ​ເນື້ອ​ໃນ​ສຳ​ຄັນ​ຂອງ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ. ປັດ​ຈຸ​ບັນ, ຈີນ​ແມ່ນ​ປະ​ເທດ​ທີ່​ນຳ​ໃຊ້​ພະ​ລັງ​ງານ​ນິວ​ເຄຼຍ, ເຕັກນິກ​ນິວ​ເຄຼຍ​ຫຼາຍ​ໃນ​ໂລກ, ຂະ​ໜາດ​ສ້າງ​​ໜ່ວຍ​ຈັກ​ໄຟ​ຟ້າ​ນິວ​ເຄຼຍ​ເປັນ​ອັນ​ດັບໜຶ່ງ​ໃນ​​ໂລກ, ​ສະ​ນັ້ນ ຈີນມີໜ້າ​​ທີ່​ໜັກ​ທີ່​ສຸດ​ໃນ​ການ​ປ້ອງ​ກັນ​ຄວາມ​ປອດ​ໄພ​​ດ້ານນິວ​ເຄຼຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ