ຈີນ​ເລີ່ມ​ຊ່ວຍ​ສ້າງສະ​ໜາມ​ກິ​ລາແຫ່ງ​ໃໝ່​ໃຫ້​ກຳ​ປູ​ເຈຍ
2017-09-02 15:14:08  cri 
ວັນ​ທີ 31 ສິງ​ຫາ​ແລ້ວ​ນີ້, ໂຄງ​ການ​ສະ​ໜາມ​ກິ​ລາ​ແຫ່ງ​ຊາດ​​​ບ່ອນໃໝ່ຂອງ​ກຳ​ປູ​ເຈຍ​ທີ່​ຈີນ​ຊ່ວຍ​ເຫຼືອ​ນັ້ນ​ໄດ້​ເລີ່ມ​ລົງ​ມືກໍ່​ສ້າງ​ແລ້ວ, ສະ​ໜາມ​ກິ​ລາ​ແຫ່ງ​ນີ້​ແມ່ນ​ສະ​ໜາມ​ກິ​ລາ​ຫຼັກ​ຂອງ​ງານ​ກິ​ລາ​ອາ​ຊີ​ອາ​ຄະ​ເນ ຫຼື ຊີ​ເກມ ປີ 2023 ແລະ​ການ​ແຂ່ງ​ຂັນກິ​ລາ​ສາ​ກົນ​ອື່ນໆທີ່​ຈັດ​ຂຶ້ນ​ຢູ່​ກຳ​ປູ​ເຈຍ.

​ທ່ານ​ຫຼີ​ອ້ານ ທີ່​ປຶກ​ສາ​ເສດ​ຖະ​ກິດ​ຂອງ​ສະ​ຖານ​ທູດ​ຈີນ​ປະ​ຈຳ​ກຳ​ປູ​ເຈຍ​ກ່າວ​ວ່າ, ​ສະ​ໜາມ​ກິ​ລາ​ດັ່ງ​ກ່າວ​ແມ່ນ​ສະ​ໜາມ​ກິ​ລາທີ່​ໃຫຍ່ກວ່າ​ໝູ່​ແລະ​ມີ​ລະ​ດັບ​ສູງກວ່າ​ໝູ່​ໃນ​ສະ​ໜາມ​ກິ​ລາ​ຕ່າງໆ​ທີ່​ລັດ​ຖະ​ບານ​ຈີນ​ຊ່ວຍ​ສ້າງ​ຢູ່​ຕ່າງ​ປະ​ເທດ. ທ່ານ​ທອງ​ຄົນ ປະ​ທານ​ຄະ​ນະ​ກຳ​ມະ​ການ​​ໂອ​ລິມ​ປິກ​ແລະ​ຄະ​ນະ​ກຳ​ມະ​ການເຕັກ​ນິກ​ສະ​ໜາມ​ກິ​ລາ​ຂອງ​ກຳ​ປູ​ເຈຍ​ກ່າວ​ວ່າ, ໂຄງ​ການ​ດັ່ງ​ກ່າວ​ຈະ​ສ້າງ​ສຳ​ເລັດ​ໃນ​ທ້າຍ​ປີ 2020, ລັດ​ຖະ​ບານ​ກຳ​ປູ​ເຈຍ​ໄດ້​​ສ້າງ​ຕັ້ງ​ຄະ​ນະ​ກຳ​ມະ​ການ​ເຕັກ​ນິກ​ສະ​ໜາມ​ກິ​ລາ​ແຫ່ງ​ຊາດ, ເພື່ອ​ຊຸກ​ຍູ້​ການ​ກໍ່​ສ້າງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ