ສ.ເກົາ​ຫຼີຍ​ລາຍ​ງານ​ວ່ ສ​ປ​ປ ເກົາ​ຫຼີ​ເກີດ"ແຜ່ນ​ດິນ​ໄຫວ"
2017-09-03 14:50:21  cri 
ວັນ​ທີ 3 ກັນ​ຍານີ້ ສ.ເກົາ​ຫຼີ​ລາຍ​ງານ​ວ່າ, ຕອນທ່ຽງມື້​ດຽວ​ກັນ ຢູ່ ສ​ປ​ປ ເກົາ​ຫຼີ​ເກີດ "ແຜ່ນ​ດິນ​ໄຫວ" ​ແລະ​ປັດ​ຈຸ​ບັນກຳ​ລັງ​ວິ​ເຄາະ​ສາ​ເຫດ​ທີ່​ພາ​ໃຫ້​ເກີດ​ແຜ່ນ​ດິນ​ໄຫວ​ເທື່ອນີ້ແມ່ນ​ຍ້ອນ ສ​ປ​ປ ເກົາ​ຫຼີ​ດຳ​ເນີນ​ການ​ທົດ​ລອງ​ນິວ​ເຄ​ລຍ​ຄັ້ງ​ທີ 6 ຫຼື​ບໍ.
ສື່ມວນ​ຊົນ ສ.ເກົາ​ຫຼີ​ໄດ້​ອ້າງ​ຕາມ​ແຫຼ່ງ​ຂ່າວ​ຈາກ​ອົງ​ການ​ຕິດ​ຕາມ​ແຜ່ນ​ດິນ​ໄຫວ​ປະ​ເທດ​ຕົນ​ມາ​ລາຍ​ງານວ່າ, ໄດ້​ສຳ​ຫຼວດ​ເຫັນ​ວ່າ​ຢູ່​ເຂດ​ຮາມ​ກຸງ​ບຸກ​ໂດຂອງ ສ​ປ​ປ​ເກົາ​ຫຼີ​ເກີດ "ແຜ່ນ​ດິນ​ໄຫວ" ລະ​ດັບ 5,7 ​ລິກ​ເຕີ​ໃນ​ເວ​ລາ 10 ໂມງ​ເຄິ່ງ​ຕາມ​ເວ​ລາ​ວຽງ​ຈັນ. ຫຼັງ​ຈາກ​ນັ້ນ ​ເຈົ້າ​ໜ້າ​ທີ່ທະ​ຫານ​ ສ.ເກົາ​ຫຼີ ໄດ້​​ຖະ​ແຫຼງ​ວ່າ ​ຢູ່ເຂດ​ດັ່ງ​ກ່າວ​ເກີດ "ແຜ່ນ​ດິນ​ໄຫວ​ທຽມ", ​ເຊິ່ງສົງ​ໃສ່​ວ່າ ສ​ປ​ປເກົາ​ຫຼີ​ໄດ້​ດຳ​ເນີນ​ການ​ທົດ​ລອງ​ນິວ​ເຄ​ລຍ​ຄັ້ງ​ທີ 6, ​ຂະ​ນະ​ທີ່​ປະ​ເທດ​ຕົນ​ກໍ​ສັ່ງ​ໃຫ້​ໜ່ວຍ​ງານ​ຮັບ​ມື​ສຸກ​ເສີນ​ເຫດ​ການ​ເຄື່ອນ​ໄຫວ​ນິວ​ເຄ​ລຍ​ຂອງ​ສ​ປ​ປ ເກົາ​ຫຼີ ເລີ່ມ​ດຳ​ເນີນ​ງານແລ້ວ.

​ຂ່າວ​ລາຍ​ງານ​ຕື່ມ​ວ່າ, ຜົນ​ການ​ຢັ່ງ​ແທກ​ຈາກ​ຕາ​ໜ່າງ​ສະ​ຖາ​ນີ​ແຜ່ນ​ດິນ​ໄຫວຈີນ​ໃຫ້​ຮູ້​ວ່າ, ເວ​ລາ 10 ໂມງ​ເຄິ່ງ​ຕາມ​ເວ​ລາ​ວຽງ​ຈັນ, ສ​ປ​ປ ເກົາ​ຫຼີ​ເກີດ​ແຜ່ນ​ດິນ​ໄຫວ​ລະ​ດັບ 6,3 ​ລິກ​ເຕີ ເຊິ່ງ​ຈຸດ​ໃຈ​ກາງແຜ່ນ​ດິນ​ໄຫວ​ຢູ່​ເສັ້ນ​ຂະ​ໜານ​ເໜືອ 41,35 ອົງ​ສາ ແລະ​ເສັ້ນ​ແວງ​ຕາ​ເວັນ​ອອກ 129,11 ອົງ​ສາ, ເລິກລົງ​ໃຕ້​ດິນ 0 ກິ​ໂລ​ແມັດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ