ເປີດ​ນຳ​ໃຊ້ສູນ​ສື່ສານ​ປະສານ​ງານນັກ​ທ່ອງ​ທ່ຽວ​ຈີນຢູ່ສະໜາມ​ບິນ​ກົວ​ລາ​ລຳ​ເປີ​ມາ​ເລ​ເຊຍ
2017-09-03 16:13:09  cri 

ສູນ​ສື່ສານ​ປະສາ​ນງານ​ສຳລັບນັກ​ທ່ອງ​ທ່ຽວ​ຈີນ ສະໜາມ​ບິນ​ສາກົນ​ກົວ​ລາ​ລຳ​ເປີ ປະ​ເທດ​ມາ​ເລ​ເຊຍ ​ໄດ້​ເປີດ​ນຳ​ໃຊ້​ຢ່າງ​ເປັນ​ທາງ​ການແລ້ວ​ໃນ​ເມື່ອ​ບໍ່​ດົນ​ມາ​ນີ້ ​ເຊິ່ງປະ​ເທດ​ດັ່ງກ່າວ​ໄດ້​ກາຍ​ເປັນ​ປະ​ເທດ​ທຳ​ອິດ​ທີ່​ສ້າງຕັ້ງສູນ​ສື່ສານ​ປະສານ​ງານສຳລັບ​ນັກ​ທ່ອງ​ທ່ຽວ​ຈີນ​ໃນ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້.

ຂ່າວ​ລາຍ​ງານ​ວ່າ: ປີ 2016, ນັກ​ທ່ອງ​ທ່ຽວ​ຈີນ​ໄປ​ທ່ຽວ​ມາ​ເລ​ເຊຍ​ມີ​ເກືອບ 2 ລ້ານ 2 ​ແສນ​ເທື່ອ​ຄົນ ​ແລະ ຄາດ​ວ່າ ປີ​ນີ້ຈະ​ບັນລຸ​ກວ່າ 3 ລ້ານ​ເທື່ອ​ຄົນ. ​ເນື່ອງ​ຈາກການ​ສື່ສານ​ມີ​ຄວາມ​ຫຍຸ້ງຍາກ​ທາງ​ພາສາ, ບໍ່​ຮູ້​ກົດ​ລະບຽບ​ເຂົ້າ​ເມືອງ​ຢ່າງ​ລະອຽດ ​ແລະ​ສາ​ເຫດ​ອື່ນໆ ​ເຮັດ​ໃຫ້​ເກີດ​ບັນຫາ​ຂະນະ​ຊາວ​ຈີນ​ຜ່ານ​ດ່ານເຂົ້າມາ​ເລ​ເຊຍ. ສະນັ້ນ, ​ເພື່ອ​ສະໜອງ​ກາ​ນຊ່ວຍ​ເຫຼືອຢ່າງ​ທັນ​ການ ​ແລະ​ມີ​ປະສິດທິ​ຜົນ​ແກ່​ນັກ​ທ່ອງ​ທ່ຽວຈີນ​ຂະນະ​ເກີດ​ບັນຫາ​ດັ່ງກ່າວ ຈຶ່ງ​ໄດ້​ສ້າງຕັ້ງສູນ​ສື່ສານ​ປະສານ​ງານສຳລັບ​ນັກ​ທ່ອງ​ທ່ຽວ​ຈີນຢູ່​ສະໜາມ​ບິນ​ສາກົນກົວ​ລາ​ລຳ​ເປີ ​ແລະ ສະໜາມ​ບິນ​ສາກົນ​ແຫ່ງ​ທີ 2 ປະ​ເທດ​ມາ​ເລ​ເຊຍ ​ໃນ​ວັນ​ທີ 1 ກັນຍາ​ນີ້ ​ເພື່ອ​ສ້າງ​ຄວາມ​ສະດວກ​ໃຫ້​ແກ່​ການ​ຜ່ານ​ດ່ານ​ຂອງ​ນັກ​ທ່ອງ​ທ່ຽວ​ຈີນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ