ບໍລິສັດ​ກໍ່ສ້າງ​ຈີນ​ສາຂາ​ໄທຊະນະ​ການ​ປະມູນ​ໂຄງການສະໜາມ​ບິນ​ສຸວັນ​ນະ​ພູມ
2017-09-03 16:32:36  cri 

ບໍລິສັດ​ປະສົມ PCS ​ທີ່​ຮ່ວມ​ສ້າງຕັ້ງຂຶ້ນລະຫວ່າງບໍລິສັດ​ກໍ່ສ້າງ​ຈີນຫຸ້ນ​ສ່ວນ​ຈຳກັດສາຂາ​ໄທ​ ແລະ ບໍລິສັດ PLE ​ໄທ​ ໄດ້ຊະນະ​ການ​ປະມູນ​ໂຄງການ​ສະໜາມ​ບິນ​ສຸວັນນະ​ພູມ​ປະ​ເທດ​ໄທ​ ​ເມື່ອ​ບໍ່​ດົນ​ມາ​ນີ້.

ທັງ​ນີ້, ບໍລິສັດ​ກໍ່ສ້າງ​ຈີນ​ສາຂາ​ໄທ ​ໄດ້​ເປີດ​ເຜີຍ​ວ່າ: ​ບໍລິສັດ​ມະຫາຊົນ​ສະໜາມ​ບິນ​ໄທ AOT ​ໄດ້​ແຈ້ງ​ໃຫ້ບໍລິສັດ​ຕົນຊາບ​ວ່າ ​ໄດ້​ຊະນະ​ການ​ປະມູນ​ໂຄງ​ການ​ສະໜາມ​ບິນ​ສຸວັນນະ​ພູມ ນະຄອນຫຼວງບາງກອກ​ ດ້ວຍ​ມູນ​ຄ່າ​ 14 ຕື້ 235 ລ້ານ​ບາດ ​ເຊິ່ງ​ເນື້ອ​ທີ່ປຸກສ້າງ​ຂອງ​ໂຄງການ​ແມ່ນ 2 ​ແສນ 1 ໝື່ນ 6.000 ຕາ​ແມັດ, ​​ເວລາການ​ກໍ່ສ້າງ​ຕາມ​ສັນຍາ​ແມ່ນ 660 ວັນ.

ບໍລິສັດ​ກໍ່ສ້າງ​ຈີນ​ສາຂາ​ໄທ​ເຄີຍ​ໄດ້​ກໍ່ສ້າງ​​ໂຄງການ​ໃຫຍ່ຫຼາຍ​ໂຄງການ​ມາ​ກ່ອນ​ແລ້ວ ​ເປັນຕົ້ນ ຂົວຣາມາ 8 ບາງກອກ, ຕຶກ​ຫ້ອງການ​ໃໝ່​ຂອງ​ອຳນາດ​ການ​ປົກຄອງ​ນະຄອນຫຼວງບາງກອກ ​ແລະສູນວັດທະນະທຳ​ຈີນຢູ່​ບາງກອກ.

ບໍລິສັດ​​ແມ່ ຂອງບໍລິສັດ​ກໍ່ສ້າງ​ຈີນ​ສາຂາ​ໄທ​ແມ່ນ ບໍລິສັດ​ກໍ່ສ້າງ​ຫຸ້ນ​ສ່ວນ​ຈຳກັດ​ຈີນ, ​ແມ່ນ​ກຸ່ມ​ບໍລິສັດ​ການ​ລົງທຶນກໍ່ສ້າງທີ່​ລຽງ​ອັນ​ດັບ​ໜຶ່ງ​ໃນ​ໂລກ, ​ເປັນ​ບໍລິສັດ​ຮັບ​ເໝົາ​ກໍ່ສ້າງ​ໂຄງການ​ສະໜາມ​ບິນ​ສຳຄັນ 70% ​ແລະ ​ໂຄງການ​ອາຄານ​ສູງ​ກວ່າ 300 ​ແມັດ​ 90% ຂອງ​ຈີນ. ປີ 2016, ບໍລິສັດ​ດັ່ງກ່າວ​ໄດ້​ຄອງ​ອັນ​ດັບ​ໜຶ່ງ​ໃນ 250 ວິ​ສາ​ຫະກິດ​ສຸດ​ຍອດ​ຜູ້​ຮັບ​ເໝົາ​ມກໍ່ສ້າງ​ຂອງ​ໂລກ ​ແລະ​ໄດ້​ຮັບ​ການ​ປະ​ເມີນ​ຄວາມ​ໜ້າ​ເຊື່ອ​ຖືດ້ານ​ສິນ​ເຊື່ອ​ໃນ​ລະດັບ​ສູງ​ສຸດ​ໃນ​ຂະ​ແໜງ​ການ​ກໍ່ສ້າງ​ທົ່ວ​ໂລກ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ