ຈັດ​ກອງ​ປະຊຸມ​ປຶກສາ​ຫາລື​ການ​ຮ່ວມ​ມື "ໜຶ່ງ​ແລວ​ມທາງ​ໜຶ່ງ​ເສັ້ນທາງ" ​ແລະ ອະນຸ​ພາກ​ພື້ນ​ແມ່ນ້ຳຂອງ
2017-09-03 16:36:09  cri 

ກອງ​ປະຊຸມ​ປຶກສາ​ຫາລື​ສາກົນ "ການ​ຮ່ວມ​ມື​ໜຶ່ງ​ແລວທາງ​ໜຶ່ງ​ເສັ້ນທາງ ​ແລະ ອະນຸ​ພາກ​ພື້ນ​ແມ່​ນ້ຳ​ຂອງ--​ແລວ​ທາງ​ແມ່​ນ້ຳ​ລ້ານ​ຂ້າງ-​ແມ່​ນ້ຳຂອງ, ພັດທະນາ​ຈະ​ເລີ​ນຂຶ້ນດ້ວຍສະຕິ​ປັນຍາ" ​ໄດ້​ຈັດ​ຂຶ້ນຢູ່​ແຂວງ​ຊຽງ​​ໃໝ່ ປະ​ເທດ​ໄທ ​ໃນ​ວັນ​ທີ 1 ກັນຍາ​ນີ້ ​ໂດຍ​ເຈົ້າໜ້າ​ທີ່​ລັດຖະບານ, ນັກ​ທຸລະ​ກິດ, ນັກວິຊາການ​ຂອງ​ຈີນ​ແລະ​ໄທ ພ້ອມ​ດ້ວຍ​ນັກ​ການ​ທູດ​ສະຖານທູດ ​ແລະ ສະຖານ​ກົງສຸນ​ຂອງ​ອາ​ເມ​ລິ​ກາ, ອິນ​ເດຍ, ອົສຕຣາລີ, ສິງກະ​ໂປ ​ແລະ ມຽນມາ ປະ​ຈຳ​ໄທ ປະມານ 400 ທ່ານ​ເຂົ້າຮ່ວມ.

ທ່ານ​ເຣີນຢີ້​ເຊິ່ງ, ຫົວໜ້າ​ສະຖານ​ກົງສຸນ​ຈີນ​ປະຈຳ​ຊຽງ​​ໃໝ່ ​ໄດ້​ກ່າວ​ເປີດ​ພິທີ​ວ່າ: "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ​" ໄດ້ສະໜອງ​ເວທີ​ຮ່ວມ​ມື​ສຳຄັນ​ໃຫ້​ແກ່​ການ​ສ້າງ​ປະຊາ​ຄົມ​ຮ່ວມ​ຊາຕາກຳ​ອາຊີ, ​ຈີນ​ຊົມ​ເຊີຍ​ບັນດາ​ປະ​ເທດ​ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ​ຊົມ​ໃຊ້​ໂອກາດ​ສຳຄັນ​ຈາກ​ການ​ພັດທະນາ​ຂອງ​ຈີນ. ຂະນະ​ທີ່​ໄທ​ແມ່ນ​ປະ​ເທດ​ສຳຄັນ​ຢູ່ລຽບ​ຕາມ "​ເສັ້ນທາງ​ສາຍ​ໄໝ​ທາງ​ທະ​ເລ​ສະຕະວັດ​ທີ 21", ການ​ຮ່ວມ​ມືລະຫວ່າງ​ຈີນ​ແລະໄທ ​ແລະ​ລະຫວ່າງ​ທ້ອງ​ຖິ່ນ​ຕ່າງໆ​ຂອງ​ຈີນ​ກັບ​​ເຂດ​ພາກ​ເໜືອ​ໄທ ມີ​ກຳລັງ​ບົ່ມ​ຊ້ອນ​ທີ່​ມະຫາສານ.

​ໃນ​ກອງ​ປະຊຸມ​ໂຕະມົນ​ແບ່ງ​ເປັນ​ຈຸ, ຜູ້​ແທນ​ທີ່​ຮ່ວມ​ປະຊຸມ​ໄດ້​ປຶກສາ​ຫາລື​ຢ່າງ​ກວ້າງຂວາງ​ແລະ​ເລິກ​ເຊິ່ງ ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ການ​ຄ້າ, ການທ່ອງທ່ຽວ, ກະສິກຳ, ການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ, ການ​ເຊື່ອມ​ຈອດ, ຕົວ​ເມືອງ​ທັນ​ສະ​ໄໝຮອບດ້ານ, ວັດທະນະທຳ ​ແລະ ການ​ສຶກສາ ​ໂດຍ​ປິ່ນ​ອ້ອມ​ຫົວ​ຂໍ້ "​ແລວ​ທາງ​ແມ່​ນ້ຳ​ລ້ານ​ຂ້າງ-​ແມ່​ນ້ຳຂອງ, ພັດທະນາ​ຈະ​ເລີ​ນຂຶ້ນດ້ວຍ​ສະຕິ​ປັນຍາ".

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ