ງານສະເຫຼີມສະຫຼອງວັນສ້າງຕັ້ງ ອີທີແອລ ຄົບຮອບ 17 ປີ
2017-09-03 15:03:40  cri 

  

  ໃນຕອນເຊົ້າວັນທີ 2 ກັນຍານີ້, ທີ່ສຳນັກງານໃຫຍ່ ບໍລິສັດອີທີແອລຈຳກັດໄດ້ຈັດງານ ສະເຫຼີມສະຫຼອງວັນສ້າງຕັ້ງ ອີທີແອລ ຄົບຮອບ
17 ປີ ເຊິ່ງໃນງານໄດ້ມີການ ສ້າງ ກິດຈະກຳ ຂະບວນການຂີ່ລົດຖີບອ້ອມຕົວເມືອງນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມທ່ານ ຈຽງ
ເຊີນວູ ຜູ້ອຳນວຍການໃຫຍ່ ບໍລິສັດ ອີທີແອລ ຈໍາກັດ, ມີຄະນະຜູ້ບໍລິຫານພ້ອມດ້ວຍ ພະນັກງານອີທີແອລ ແລະ ພາກສ່ວນທີ່ກ່ຽວຂ້ອງ
ເຂົ້າຮ່ວມຢ່າງຫຼວງຫຼາຍ,

   ທ່ານ ສຸດໃຈ ລໍລອນສີ ຮອງຜູ້ອຳນວຍການໃຫຍ່ ບໍລິສັດ ອີທີແອລ ຈໍາກັດ ໄດ້ກ່າວວ່າ: ເພື່ອໃຫ້ການດໍາເນີນການຂອງ ລັດວິສາຫະ
ກິດ ໂທລະຄົມມະນາຄົມ ລາວ (ETL) ສາມາດເຂົ້າເຖິງແຫຼ່ງທຶນ ໃນການຂະຫຍາຍ ແລະ ພັດທະນາເຄື່ອຂ່າຍໂທລະຄົມມະນາຄົມ
ໄດ້ຢ່າງຕໍ່ເນື່ອງ, ລັດຖະບານ ສປປ ລາວ ໄດ້ຫັນ ບໍລິສັດ ອີທີແອລ (ETL) ມາເປັນບໍລິສັດ ມະຫາຊົນ ເພື່ອສືບຕໍ່ດຳເນີນທຸລະກິດ
ຂອງບໍລິສັດ ໃຫ້ມີປະສິດທິພາບສູງຄ່ຽງຄູ່ກັບການ ເຕີບໃຫຍ່ ແລະ ຂະຫຍາຍຕົວທາງດ້ານຄົມມະນະຄົມໃນ ສປປ ລາວ, ລັດຖະບານ
ຈຶ່ງຕັດສິນ ໃຈຫັນບໍລິສັດ ອີທີແອລ ມະຫາຊົນ ໄປຮ່ວມທຶນກັບຕ່າງປະເທດ ແລະ ມາຮອດວັນທີ 31 ສິງຫາ 2016 ລັດຖະບານ
ສປປ ລາວ ໄດ້ເຊັນສັນຍາຮ່ວມທຶນກັບ ບໍລິສັດ ເຈຍຟູ ໂຮນດິງ ລິມິເຕັດ ຂອງຮົງກົງ, ສປ ຈີນ ແລະ ໄດ້ປ່ຽນຮູບແບບ ບໍລິສັດ
ມະຫາຊົນ ເປັນບໍລິສັດ ຈຳກັດ ໃນອັດຕາສ່ວນການຖືຮຸ້ນຄື ລັດຖະບານ ສປປ ລາວ 49%   ແລະ ບໍລິສັດ ເຈຍຟູ ໂຮນດິງ ລິມິເຕັດ
51% ເຊິ່ງໄດ້ປະກາດສ້າງຕັ້ງ ບໍລິສັດ ອີທີແອລ ຈຳກັດ ຢ່າງເປັນທາງການ ໃນວັນທີ 8 ສິງຫາ 2017.

  ທ່ານກ່າວຕື່ມວ່າ: ຕະຫຼອດໄລຍະເວລາ 17 ປີ  ອີທີແອລໄດ້ພັດທະນາທາງ ດ້ານການ ບໍລິການຫຼາຍຢ່າງເຊັ່ນ: ໂທລະສັບຕັ້ງໂຕະ-ແຟັກ,
ໂທລະສັບມືຖື, ອິນເຕີເນັດ, ສາຍເຊົ່າທັງ ພາຍໃນແລະ ຕ່າງປະເທດໃຫ້ແກ່ສັງຄົມ. ສະນັ້ນ ໃນອານາຄົດ ບໍລິສັດ ອີທີແອລ ຈໍາກັດ ພາຍ
ໃຕ້ຮູບແບບບໍລິສັດຮ່ວມທຶນ ຈະສືບຕໍ່ພັດທະນາ ແລະ ປັບປຸງລະບົບເຄື່ອຂ່າຍຂອງ ຕົນດ້ວຍເຕັກໂນໂລຊີທີ່ທັນສະໄໝເພື່ອຕອບສະໜອງ
ຄວາມຮຽກ ຮ້ອງຕ້ອງການຂອງສັງຄົມ ກໍຄືລູກຄ້າແລະສ້າງຄວາມເພິ່ງພໍໃຈຂອງຜູ້ໃຊ້ບໍລິການ.

1  2  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ