ຮ່ວມ​ກັນ​ສ້າງ "ສິ​ບ​ປີຄຳ" ຄັ້ງ​ທີ​ສອງ​ຂອງ​ການ​ຮ່ວມ​ມື​ປະ​ເທດ​ເບ​ຣິກ​ສ໌
2017-09-03 15:55:36  cri 

ຕອນ​ບ່າຍ​ວັນ​ທີ 3 ກັນ​ຍາ​ນີ້, ກອ​ງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ອຸດ​ສາ​ຫະ​ກຳ​ການ​ຄ້າ​ປະ​ເທດ​ເບຣິກ​ສ໌​ໄດ້​ຈັດ​ຂຶ້ນ​ຢູ່​ເມືອງ​ເຊ້ຍ​ເໝີນ ສ​ປ ຈີນ, ທ່ານ​ສີ​ຈິ້ນ​ຜີງ ປະ​ທານ​ປະ​ເທດ​ຈີນ​ໄດ້​ກ່າວ​ປາ​ຖະ​ກະ​ຖາ​ໃນ​ພິ​ທີ​ເປີດ​ປະ​ຊຸມ. ທ່ານ ກ່າວ​ວ່າ, ການ​ຮ່ວມ​ມື​ລະ​ຫວ່າງ​ປະ​ເທດ​ເບ​ຣິ​ກ​ສ໌​ພວມ​ຢູ່​ຈຸດ​ສຳ​ຄັນ​ທີ່ສືບ​ທອດອັນ​ເກົ່າ​​ຂະ​ຫຍາຍອັນ​ໃໝ່​ຕໍ່​ໄປ, ພວກ​ເຮົາ​ຄວນ​ຖອດ​ຖອນ​ບົດ​ຮຽນ​ທີ່​ໄດ້​ຜົນ​ສຳ​ເລັດ, ວາງວິ​ໄສ​ທັດ​ການ​ຮ່ວມ​ມື, ກ້າວ​ຂຶ້ນ​ສູ່​ເສັ້ນ​ທາງ​ພັດ​ທະ​ນາ​ໃໝ່, ຮ່ວມ​ກັນ​ສ້າງ "ສິບ​ປີຄຳ" ຄັ້ງ​ທີ​ສອງ.

ທ່ານ​ສີ​ຈິ້ນ​ຜີງ​ກ່າວ​ວ່າ, ໃນ 10 ປີ​ຜ່ານ​ມາ, ປະ​ເທດ​ເບ​ຣິກ​ສ໌​ຮ່ວມ​ມືເພື່ອພັດ​ທະ​ນາ​ຮ່ວມ​ກັນ​ແລະກາຍ​ເປັນ​ຈຸດ​ຮຸ່ງ​ໃສ​ໃໝ່​ຂອງ​ເສດ​ຖະ​ກິດ​ໂລກ. ​ເມື່ອທົບ​ທວນ​ຄືນ​ປະ​ຫວັດ​ສາດ​ຂອງ​ການ​ຮ່ວມ​ມື​ປະ​ເທດ​ເບ​ຣິກ​ສ໌, ຂ້າ​ພະ​ເຈົ້າ​ເຫັນ​ວ່າ​ມີ​ຈຸດ​ສຳ​ຄັນ 3 ຈຸດ​, ຄວນ​ເສີມ​ຂະ​ຫຍາຍ​ໃນ​ການ​ຮ່ວມ​ມື​ໃນ​ອະ​ນາ​ຄົດ​ຄື. ໜຶ່ງ, ​ສະ​ເໝີ​ພາບ​ກັນ​ແລະສະ​ແຫວ​ງຫາສິ່ງ​ທີ່​ຄື​ກັນ​ ​​ສະ​ຫງວນສິ່ງ​ທີ່​ຕ່າງ​ກັນ, ສອງ​, ​ປະ​ດິດ​ສ້າງ​ໃໝ່​ແລະ​ຕິດ​ແທດ​ຕົວ​ຈິງ, ດຳ​ເນີນ​ການ​ຮ່ວມ​ມື​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ, ​ແລະສາມ, ​ມີ​ຈິດ​ໃຈ​ກວ້າງ​ຂວາງ, ສ້າງ​ຄວາມ​ສຳ​ເລັດ​ຜົນ​ຂອງ​ຕົນ​ບົນ​ພື້ນ​ຖານ​ທີ່​ໃຫ້​ຜູ້​ອື່ນ​ກໍ​ມີ​ຄວາມ​ສຳ​ເລັດ​ຜົນ​ເຊັ່ນ​ກັນ.

ທ່ານສີ​ຈິ້ນ​ຜີງ ກ່າວ​ວ່າ, ປະ​ເທດ​ເບ​ຣິກ​ສ໌​ໄດ້​ຜະ​ເຊີນ​ກັບ​ໜ້າ​ທີ່​ສຳ​ຄັນ​ທີ່​ພັດ​ທະ​ນາ​ເສດ​ຖະ​ກິດ​ແລະ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື. ພວກ​ເຮົາ​ຄວນ​ຮ່ວມ​ກັນ​ສ້າງ "ສິບ​ປີຄຳ" ຄັ້ງ​ທີສອງ​ຂອງ​ການ​ຮ່ວມ​ມື. ​ໜຶ່ງ, ​ລົງ​ເລິກ​ການ​ຮ່ວມ​ມື​ລະ​ຫວ່າງ​ປະ​ເທດ​ເບ​ຣິ​ກ​ສ໌, ຊຸກ​ຍູ້​ໃຫ້​ເສດ​ຖະ​ກິດ​ຂອງ 5 ປະ​ເທດ​ເພີ່ມ​ແມ່​ແຮງ​ການ​ພັດ​ທະ​ນາ; ສອງ, ຫາບ​ແບກ​ຄວາມ​ຮັບ​ຜິດ​ຊອບ​ຢ່າງ​ກ້າ​ຫານ, ຮັກ​ສາ​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ໂລກ, ສາມ, ເສີມ​ຂະ​ຫຍາຍ​ບົດ​ບາດ​ຂອງ​ປະ​ເທດ​ເບ​ຣິກ​ສຸ, ປັບ​ປຸງ​​ໃຫ້​ວິ​ທີ​ການ​ຄຸ້ມ​ຄອງເສດ​ຖະ​ກິ​ດ​ໂລກ​ໃຫ້​ສົມ​ບູນ​ຂຶ້ນ; ​ແລະສີ່, ​ຂະ​ຫຍາຍ​ອິດ​ທິ​ພົນ​ຂອງ​ປະ​ເທດ​ເບ​ຣິ​ກ​ສ໌, ສ້າງ​ສາຍ​ພົວ​ພັນ​ຄູ່​ຮ່ວມ​ມື​ຢ່າງ​ຮອບ​ດ້ານ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ