ຈີນກວດກາ​ສານ​ກຳ​ມັນ​ຕະພາບ​ລັງສີ​ຢູ່​​ເຂດຊາຍ​ແດນ​ພາກ​ຕາ​ເວັນ​ອອກສຽງ​ເໜືອ​ປະ​ເທດ​ຕົນ
2017-09-04 11:02:26  cri 

​ແຫຼ່ງຂ່າວ​ຈາກອົງການ​ແຜ່ນດິນ​ໄຫວ​ຈີນ​ໃຫ້​ຮູ້​ວ່າ: ​ເວລາ 11:30 ​ໂມງ​ຂອງ​ວັນ​ທີ 3 ກັນຍາ​ນີ້, ຢູ່ ສປປ ​ເກົາຫຼີ ​ໂດຍ​ເສັ້ນຂະໜານ​ເໜືອ 41,35 ອົງສາ ​ແລະ ​ເສັ້ນ​ແວງ​ຕາ​ເວັນ​ອອກ 129,11 ອົງສາ ​ໄດ້​ເ​ກີດ​ແຜ່ນດິນ​ໄຫວ​ລະດັບ 6,3 ຣິກ​ເຕີ, ຈຸດສູນ​ກາງ​ແຜ່ນດິນ​ໄຫວ​ຢູ່​ເລິກ​ລົງ​ໄປ​ໃຕ້ດິນ 0 ​ແມັດ ​ແລະ ເວລາ 11:38 ​ໂມງ​ຂອງ​ວັນ​ດຽວ​ກັນ, ຢູ່ ສປປ ​ເກົາຫຼີ ​ໂດຍ​ເສັ້ນຂະໜານ​ເໜືອ 41,21 ອົງສາ ​ແລະ​ເສັ້ນ​ແວງ​ຕາ​ເວັນ​ອອກ 129,18 ອົງສາ ກໍ​ໄດ້​ເກີດ​ແຜ່ນດິນ​ໄຫວ​ລະດັບ 4,6 ຣິກ​ເຕີ ​ເຊິ່ງຈຸດ​ສູນ​ກາງ​ແຜ່ນດິນ​ໄຫວ​ຢູ່​ເລິກ​ລົງ​ໄປ​​ໃຕ້ດິນ 0 ​ແມັດ​ເຊັ່ນ​ດຽວ​ກັນ. ຈາກ​ນີ້, ກະຊວງການ​ຕ່າງປະ​ເທດ​ຈີນ​ໄດ້​ອອກ​ຖະ​ແຫຼງການ​ໃນ​ວັນ​ດັ່ງກ່າວ ​ໂດຍ​ຮັບຮອງ​ວ່າ ສປປ ​ເກົາຫຼີ​ໄດ້​ດຳ​ເນີນ​ການ​ທົດ​ລອງ​ນິວ​ເຄລຍອີກ​ຄັ້ງ​ໃໝ່, ຂະນະ​ທີ່​ລັດຖະບານ​ຈີນ​ເດັດດ່ຽວ​ຄັດຄ້ານ ທັງ​ປະນາມ​ຢ່າງ​ຮຸນ​ແຮງ​ຕໍ່​ການ​ກະທຳ​ດັ່ງກ່າວ.

ໃນ​ເວລາ 11:46 ​ໂມງ​ຂອງ​ວັນດຽວ​ກັນ, ກົມ​ຄວາມ​ປອດ​ໄພ​ນິວ​ເຄລຍ​ແຫ່ງ​ຊາດ ກະຊວງ​ອະນຸລັກ​ສິ່ງ​ແວດ​ລ້ອມຈີນ ​ກໍໄດ້​ເລີ່​ມປະຕິບັດ​ແຜນ​ຮັບ​ມື​ສຸກ​ເສີນລະດັບ​ສອງ​ຕໍ່​ສິ່ງ​ແວດ​ລ້ອມ​​ໂດຍ​ສະ​ເພາະ​ອາດ​ຈະ​ເກີດສານ​ກຳ​ມັນ​ຕະພາບ​ລັງສີ​ຈາກ​ການ​ທົດ​ລອງ​ນິວ​ເຄລຍຂອງ ສປປ ​ເກົາຫຼີ. ປັດຈຸບັນ, ສະຖານີ​ຕິດຕາມ​ກວດກາ​ສິ່ງ​ແວດ​ລ້ອມ​ສານ​ກຳ​ມັນ​ຕະພາບ​ລັງສີ​ໂດຍ​ອັດຕະ​ໂນ​ມັດ​ຢູ່ 3 ​ແຂວງ​ພາກ​ຕາ​ເວັນ​ອອກສຽງເໜືອ ​ແລະ ​ແຂວງ​ຊ່ານ​ຕົ່ງ ​ໄດ້ຈັດຕັ້ງປະຕິ​ບັດ​ດ້ວຍ​ຄວາມ​ຮັບຜິດຊອບ​ສູງ, ຂະນະ​ທີ່​ກົມ​ຄວາມ​ປອດ​ໄພ​ນິວ​ເຄລຍ​ແຫ່ງ​ຊາດ ກໍ​ໄດ້​ຈັດຕັ້ງ​ການ​ຕິດຕາມ​ກວດກາ​ສານ​ກຳ​ມັນ​ຕະພາບ​ລັງສີ​ຢູ່​ເຂດ​ຊາຍ​ແດນ​ພາກ​ເໜືອ​ປະ​ເທດ​ຕົນ​ທັນທີ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ