ໜັງສືພິມ​ກຳປູ​ເຈຍ​ລາຍ​ວັນ ປິດຫຼັງມີ​ໜີ້​
2017-09-04 11:26:40  cri 

ໃນ​ວັນ​ທີ 3 ກັນຍາ​ນີ້​, ໜັງສືພິມກຳປູ​ເຈຍ​ລາຍ​ວັນ ​ໄດ້​ປະກາດ​ຢຸດ​ພິມ​ຈຳໜ່າຍ​ນັບ​ແຕ່​ວັນ​ທີ 4 ກັນຍາ​ນີ້​ເປັນຕົ້ນ​ໄປ ທັງ​ຢືນຢັນ​ວ່າ ບັນຊີ​ຢູ່ທະນາຄານ​ກໍ​​ຖືກ​ງົດ​ແລ້ວ.

ມື້​ດຽວ​ກັນ, ທ່ານ​ຮຸນ​ແຊນ ນາຍົກລັດຖະມົນຕີກຳປູ​ເຈຍ ​ທີ່​ເຂົ້າຮ່ວມ​ກິດຈະກຳໜຶ່ງ ​ໄດ້ກ່າວ​ວ່າ: ຍອດ​ໜີ້​ອາກອນ​ຂອງ​ໜັງສືພິມ​ກຳປູ​ເຈຍ​ລາຍ​ວັນ​ສະບັບ​ພາສາ​ອັງກິດ ອາດ​ຈະ​​ເກີນ 6 ລ້ານ 5 ​ແສນ​ໂດ​ລາ​ສະຫະລັດ ​ເຊິ່ງ​ເປັນ​ໜີ້​ພຽງ​ແຕ່ປີ 2007-2016 ​ເທົ່ານັ້ນ, ​ແຕ່ຖ້ານັບ​ແຕ່​ປີ 1993​ ​ແລ້ວ, ຍອດ​ໜີ້​ອາດຈະ​ສູງ​ກວ່າ​ນີ້​ອີກ.

ຫົວໜ້າ​ອົງການ​ສ່ວຍ​ສາ​ອາກອນ​ແຫ່ງ​ຊາດ​ກຳປູ​ເຈຍ ກ່າວ​ວ່າ: ອົງການ​ຕົນ​ກຳນົດວັນ​ທີ 4 ກັນຍາ​ນີ້​ເປັນ​ມື້​ສຸດ​ທ້າຍ​ໃນ​ການຊຳລະ​ໜີ້ ຖ້າ​ບໍ່ດັ່ງນັ້ນກໍ​ຈະບັງ​ຄົບ​ໃຊ້​ກົດໝາຍ​ຕໍ່​ໜັງສືພິມ​ດັ່ງກ່າວ ​ແລະເຖິງ​ວ່າ​ໄດ້ຢຸດ​ດຳ​ເນີນ​​ທຸລະ​ກິດ​ແລ້ວ​ກໍ​ຕາມ, ກໍ​ຕ້ອງ​ຊຳລະໜີ້ອາກອນ​​ໃຫ້​ໝົດ ຖ້າ​ບໍ່​ດັ່ງນັ້ນ, ຈະ​ຫ້າມ​ຜູ້​ຮັບຜິດຊອບບໍ່​ໃຫ້ອອກ​ຈາກ​ກຳປູ​ເຈຍ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ