ເຢຍລະ​ມັນ​ມ້າງ​ລະ​ເບີດ​ບໍ່​ທັນ​ແຕກ​ທີ່​ຕົກ​ຄ້າງ​ຈາກ​ສົງຄາມ​ໂລກ​ຄັ້ງທີ 2
2017-09-04 15:50:53  cri 

ວັນ​ທີ 3 ກັນຍາ​ນີ້, ​ເຈົ້າໜ້າ​ທີ່​ຕຳຫຼວດ​ເມືອງ​ແປຣງ​ເຟິດ ປະ​ເທດ​ເຢຍລະ​ມັນ ​ໄດ້​ປະກາດ​ວ່າ​ ສາມາດທຳລາຍ​ລະ​ເບີດ​ບໍ່​ທັນ​ແຕກໜ່ວຍ​ໜຶ່ງໜັກ 1,8 ​ໂຕນ ​ທີ່​ຕົກ​ຄ້າງ​ໃນ​ສະ​ໄໝ​ສົງຄາມ​ໂລກ​ຄັ້ງທີ 2 ຢູ່​ເຂດ​ເມືອງ​ດັ່ງກ່າວ ທັງ​ໄດ້​ລະບຸ​ວ່າ: ລູກບົມທາງ​ອາກາດ​ນີ້​ແມ່ນ​ລະ​ເບີດຮຸ່ນ HC-4000, ຜະລິດ​ໂດຍ​ອັງກິດ​ໃນ​ສະ​ໄໝ​ສົງຄາມ​ໂລກ​ຄັ້ງທີ 2 ​ໂດຍ​ມັນມີ​ໝື້​ລະ​ເບີດ 1,4 ​ໂຕນ. ປັດຈຸບັນ, ສ່ວນຊະ​ນວນ​ລະ​ເບີດກໍ​ໄດ້​ປົດ​ອອກ​ສຳ​ເລັດ.

ຂ່າວ​ລາຍ​ງານ​ຕື່ມ​ວ່າ: ລູກ​ບົມດັ່ງກ່າວ​ຖືກພົບ​ຢູ່ສະຖານ​ທີ່​ກໍ່ສ້າງ​ແຫ່ງ​ໜຶ່ງ​ໃນ​ເຂດ​ເມືອງ​ແຟຣງ​ເຟິດ ​ໃນ​ວັນ​ທີ 30 ສິງຫາ​ຜ່ານ​ມາ ​ແລະ ຈາກ​ນັ້ນ, ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ​ກໍ​ໄດ້​ປະກາດຍົກ​ຍ້າຍ​ປະຊາຊົນ​ໃນ​ວັນ​ຕໍ່​ມາ ​ແລະ ​ໃນ​ໄລຍະ 2 ມື້ ຄື​ວັນ​ທີ 2-3 ກັນຍາ​ນີ້, ​ໄດ້​ຍົກຍ້າຍ​ປະຊາຊົນ 6 ໝື່ນກວ່າຄົນ​ອອກ​ຈາກ​ພື້ນ​ທີ່​ຢ່າງ​ຮີບ​ດ່ວນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ