ຕາກ​ໝາກ​ລະ​ແຊັງ​ຢູ່​ຖູ​ຫຼູ​ຟ່ານ
2017-09-04 17:59:40  cri 


ໃນ​ຫຼາຍ​ມື້​ຜ່ານ​ມາ,ຢູ່​ເມືອງ​ຖູ​ຫຼູ​ຟ່ານ​ເຂດ​ປົກ​ຄອງ​ຕົນ​ເອງ​ອຸຍ​ເກີ​ຊິ່ນ​ຈ່ຽງ​ສ​ປ ຈີນ​ມີ​ອາ​ກາດ​ຮ້ອນ​ເກືອບເຖິງ 40 ອົງ​ສາ ເຊິ່ງ​ກາຍ​ເປັນ​ໂອ​ກາດ​ທີ່​ດີ​ສຳ​ລັບ​ກະ​ສິ​ກອນ​ປູກ​ໝາກ​ລະ​ແຊັງ​ຢູ່​ທ້ອງ​ຖິ່ນ ໂດຍ​ໃນ​ໄລ​ຍະ​ດັ່ງ​ກ່າວ, ພວກ​ເຂົາ​ໄດ້​ອົດ​ທົນ​ນຳ​ເອົາ​ໝາກ​ລະ​ແຊັງ​ໄປ​ໃຫ້​ແຫ້ງ ເພື່ອ​ຫຼຸດ​ເວ​ລາ​ການ​ຕາກ​ໃຫ້​ໜ້ອຍ​ລົງ. ເມືອງ​ຖູ​ຫຼູ​ຟ່ານ​ເປັນ​ສູນ​ຜະ​ລິດ​ໝາກລະ​ແຊັງທີ່​ສຳ​ຄັນ​ຂອງ​ຈີນ ໂດຍ​ໃນປີ 2016, ສາ​ມາດ​ຜະ​ລິດ​ໄດ້ເຖິງ 987.000 ໂຕນ ແລະ​ເມື່ອ​ຕາກ​ແຫ້ງ​ກໍ​ຈະ​ໄດ້​ຮັບ​ຜົນ​ຜະ​ລິດ​ປະ​ມານ 130.000 ໂຕນ.
1  2  3  4  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ