ສິນ​ຄ້າ​ຍີ່​ຫໍ້​ຈີນ​ໂດ່ງ​ດັງ​ໄປ​ທົ່ວ​ໂລກ
2017-09-04 18:01:13  cri 


ຈີ​ເລ​ເຖິງວ່າ​ຈະ​ຢູ່​ຫ່າງ​ໄກ​ຈີນ, ແຕ່ aliexpress ​ຂອງບໍ​ລິ​ສັດ​ການ​ຄ້າ​ເອ​ເລັກ​ໂຕ​ຣ​ນິກ​ຂ້າມ​ຊາດ​ທີ່​ຂຶ້ນ​ກັບ​ບໍ​ລິ​ສັດ​ອາ​ລີ​​ບາ​ບາຂອງ​ຈີນເປັນ​ໜຶ່ງ​ໃນ​ເວັ​ບ​ໄ​ຊ​ຊື້​ຂາຍ​ສິນ​ຄ້າ​ທີ່​ສຳ​ຄັນ​ຂອງ​ຄົນ​ຈີ​ເລ ແລະກໍ​ແມ່ນ​ຊ່ອງ​ທາງ​ດີ​ທີ່​ສຸດ​ສຳ​ລັບ​ສິນ​ຄ້າ​ຍີ່​ຫໍ້​ຈີນ​ຢູ່​ປະ​ເທດ​ດັ່ງ​ກ່າວ. ທັງ​ນີ້ກ່ອນ​ໜ້າ​ນີ້​ປະ​ມານ 2 ປີ, ໂຮງ​ການ​ໄປ​ສະ​ນີ​ຈີ​ເລ​ໄດ້​ກາຍ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ກັບ aliexpress ແລະ​ໃນ​ໄລ​ຍະ 6 ເດືອນ​ຂອງ​ປີ​ນີ້, ໂຮງ​ການ​ໄປ​ສະ​ນີ​ຂອງ​ຈີ​ເລ​ໄດ້​ຕິດ​ຕັ້​ງຕູ້ aliexpress ແລະ ​ຕູ້​ວາງ​ສະ​ແດງ​ຜະ​ລິດ​ຕະ​ພັນ​ຍີ່​ຫໍ້ ຫຼີ​ນິງ ຢູ່​ 2 ​ສາ​ຂາ​ທີ່​ມີ​ລູກ​ຄ້າ​ຫຼາຍໂດຍ​ໄດ້​ກຳ​ນົດ​ເອົາ​ຈຸດ​ທີ່​ຢູ່​ໃກ້ລາ​ຊະ​ວັງ​ລາ ໂມ​ເນ​ດາ ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີ ເພື່ອ​ດຶງ​ດູດ​ລູກ​ຄ້າ ແລະເພື່ອ​ຄວາມ​ສະ​ດວກ​ຂອງ​ລູກ​ຄ້າ​ກໍ​ມີ​ແຜນ​ຈະ​ຕິດ​ຕັ້ງ​ຕູ້​ດັ່ງ​ກ່າວ​​ອອກ​ໄປ​ຫຼາຍ​ຈຸດ​ຕື່ມ​ອີກ.
1  2  3  4  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ