ໄຂ​ງານ​ກິ​ລາ​ນັກ​ຮຽນ​ນັກ​ສຶກ​ສາ​ແຫ່ງ​ຊາດ​ຈີນ​ຄັ້ງ​ທີ 13
2017-09-04 10:25:34  cri 
ງານ​ກິ​ລາ​ນັກ​ຮຽນ​ນັກ​ສຶກ​​ສາ​ແຫ່ງ​ຊາດ​ຈີນ​ຄັ້ງ​ທີ 13 ໄດ້​ໄຂ​ຂຶ້ນ​ຢູ່​ຫໍ​ກິ​ລາ​ຫວງຫຼຸງເມືອງ​ຫາງ​ໂຈ່ວ​ແຂວງ​ເຈີ້​ຈ່ຽງ​ໃນ​ຕອນ​ຄ່ຳ​ວັນ​ທີ 3 ກັນ​ຍາ​ນີ້ ໂດຍທ່ານຫຼິວ​ແຢ໋ນ​ຕຸ່ງ ກຳ​ມະ​ການ​ກົມ​ການ​ເມືອງ​ສູນ​ກາງ​ພັກກອ​ມ​ມູ​ນິດ​ຈີນ, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ໄດ້​ເຂົ້າ​ຮ່ວມ​​ແລະ​ປະ​ກາດ​ໄຂ​ພິ​ທີ.

ຕະຫຼອດ​ໄລ​ຍະ​ການ​ແຂ່ງ​ຂັນ 13 ວັນ, ນັກ​ກິ​ລາ 5966 ຄົນ​ຈາກ 34 ຄະ​ນະ​ໃນ​ທົ່ວ​ປະ​ເທດ​ຈີນ​ຈະ​​ຮ່ວມ​ຊີງ​ໄຊ 10 ປະ​ເພດ​ ເຊັ່ນ: ລອຍ​ນ້ຳ, ແລ່ນ​ແລະ​ລານ, ບານ​ບ້ວງ, ບານ​ເຕະ ແລະ​ອື່​ນໆ.

ນອກ​ນີ້, ງານ​ກິ​ລາ​ຄັ້ງ​ນີ້​ຍັງ​ຈະ​ຈັດ​ກອ​ງ​ປະ​ຊຸມ​ລາຍ​ງານ​ບົດ​ນິ​ພົນ​ວິ​ທະ​ຍາ​ກິ​ລາ​ທົ່ວ​ປະ​ເທດ, ການ​ແ​ຂ່ງ​ຂັນຊີງ "ຂັນ​ອະ​ທິ​ການ​ບໍ​ດີ", ການ​ປະ​ກວດ​ຄຸນ​ສົມ​ບັດ​ດ້ານ​ກິ​ລາ ແລະ​ອື່ນໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ