ໄຂ​ກອງ​ປະ​ຊຸມ​ສຸດຍອດ​ປະ​ເທດບ​ຣິກ​ສ໌​ຄັ້ງ​ທີ 9
2017-09-04 11:05:41  cri 

​ກອງ​ປະ​ຊຸມ​ສຸດຍອດ​ປະ​ເທດບ​ຣິກ​ສ໌​ຄັ້ງ​ທີ 9 ໄດ້​ໄຂ​ຂຶ້ນ​ຢູ່​ເມືອງ​ເຊ້ຍ​ເໝິນ​ແຂວງ​ຝູ​ຈ້ຽນ ສ​ປ ຈີນ​ໃນ​ວັນ​ທີ 4 ກັນ​ຍາ​ນີ້ ພາຍ​ໃຕ້​ການ​ເປັນ​ປະ​ທານ​ຂອງ​ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ, ທ່ານນາ​ເຣນດ​ຣາ ໂມ​ດີ ນາ​ຍົກ​ລັດ​ຖະ​ມົນ​ຕີ​ອິນ​ເດຍ, ທ່າ​ນ​ຈາ​ກົບ ຈູ​ມາ ປະ​ທາ​ນາ​ທິ​ບໍ​ດີ​ອາ​ຟ​ຣິ​ກາ​ໃຕ້, ທ່ານ​ມີ​ເຊນ ເຕ​ເມີ ປະ​ທາ​ນາ​ທິ​ບໍ​ດີ​ເບ​ຣ​ຊິນ  ແລະ​ທ່ານ​ວະ​ລາ​ດີ​ເມຍ ປູ​ຕິນ ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ​ໄດ້​ເຂົ້າ​ຮ່ວມ.

ປະ​ມຸກ​ລັດ 5 ປະ​ເທດ​ຈະ​​ເຂົ້​າ​ຮ່ວມກອງ​ປະ​ຊຸມ​ວົງ​ແຄບ ແລະ​ກອງ​ປະ​ຊຸມ​ເປີດ​ກວ້າງ ເພື່ອ​ປຶກ​ສາ​ຫາ​ລື​ສ​ພາບ​ເສດ​ຖະ​ກິດ​ໂລກແລະ​ການ​ຄຸ້ມ​ຄອງ​ເສດ​ຖະ​ກິດ​ໂລກ, ບັນ​ຫາ​ພົ້ນ​ເດັ່ນ​ໃນ​ສາ​ກົນ​ແລະ​ພາກ​ພື້ນ ແລະ​ອື່ນໆ ພ້​ອມ​ທັງ​ຈະ​ອອກ "ຖະ​ແຫຼງ​ການ​ເຊ້ຍ​ເໝິນ​".

ໃນ​ຖາ​ນະ​ເປັນ​​ເຈົ້າ​ພາບກອງ​ປະ​ຊຸມ​ຄັ້ງ​ນີ້, ຈີນ​ໄດ້​ເນັ້ນຫຼາຍ​ເທື່ອ​ວ່າ, ຫວັງ​ໃຫ້​ກອງ​ປະ​ຊຸມ​ເຊ້ຍ​ເໝິນ​ຄືບ​ໜ້າ​ໃນການ​ລົງ​ເລິກ​ການ​ຮ່ວມ​ມື​ຕົວ​ຈິງ​ລະ​ຫວ່າງ​ປະ​ເທດບ​ຣິກ​ສ໌, ສ້າງ​ສາຍ​ພົວ​ພັ​ນ​ຄູ່​ຮ່ວມ​ມື​ທີ່ກວ້າງ​ຂວາງກວ່າ​ເກົ່າ ແລະ​ກໍ່​ເປັນ​ກົນ​ໄກ​ທີ່​ແຂງ​ແຮງກວ່າ​ເກົ່າ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ