ບຸນ​ວັດ​ທະ​ນະ​ທຳ​ປະ​ເທດບ​ຣິກ​ສ໌​ຈະ​ຈັດ​ຂຶ້​ນ​ຢູ່​ເຊ້ຍ​ເມີນ
2017-09-04 16:10:20  cri 
    ບຸນ​ວັດ​ທະ​ນະ​ທຳ​ປະ​ເທດບ​ຣິກ​ສ໌​ຄັ້ງ​ທຳ​ອິດຈະ​ຈັດ​ຂຶ້​ນ​ຢູ່​ເມືອງເຊ້ຍ​ເມີນ ສ​ປ ຈີນ​ແຕ່​ວັນ​ທີ 15-22 ກັນ​ຍານີ້, ຂະ​ນະ​ທີ່​ພິ​ທີ​ເປີດ​ບຸນ​ແລະ​ງານ​ວາງ​ສະ​ແດງ​ຮູບ​ພາບ​ວັດ​ທະ​ນະ​ທຳ ກໍ​ຈະ​ຈັດ​ຂຶ້ນ​ຢູ່​ສູນ​ປະ​ຊຸມ​ສາ​ກົນ​ເຊ້ຍ​ເມິນ​ໃນ​ວັນ​ທີ 4 ກັນ​ຍານີ້.

    ທ່ານ ເຊ້​ຈິ່ນ​ອິ່ງ ຫົວ​ໜ້າ​ກົມ​ພົວ​ພັນ​ຕ່າງ​ປະ​ເທດ​ຮັບ​ຜິດ​ຊອບ​ວຽກ​ງານ​ວັດ​ທະ​ນະ​ທຳ​ຂອງ​ກະ​ຊວງວັດ​ທະ​ນະ​ທຳ​ຈີນ ກ່າວ​ໃນ​ພິ​ທີ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ສູນ​ຂ່າວກອງ​ປະ​ຊຸມ​ຜູ້​ນຳ​ປະ​ເທດບ​ຣິກ​ສ໌​ວ່າ, ບຸນ​ວັດ​ທະ​ນະ​ທຳ​ປະ​ເທດບ​ຣິກ​ສ໌ ຈະ​ເນັ້ນ​ຫົວ​ຂໍ້ "ເຊື່ອມ​ໂຍງອາ​ລະ​ຍະ​ທຳ ແລະ​ປະ​ສານໃຈ​ປະ​ຊາ​ຊົນ" ໂດຍ​ຈະ​ເຊີນ​ສິ​ລະ​ປິນ​ຂອງ 5 ປະ​ເທດບ​ຣິກ​ສ໌ 210 ກວ່າ​ທ່ານຮ່ວມສະ​ແດງ​ຢູ່​ໂຮງ​ລະ​ຄອນ, ຢູ່​ກາງ​ແຈ້ງ. ຂະ​ນະ​ດຽວ​ກັນ ກໍ​ຈະ​ມີ​ການ​ບັນ​ຍາຍ​ຂອງ​ມະ​ຫາ​ອາ​ຈານ​ສິ​ລະ​ປະ, ງານ​ວາງ​ສະ​ແດງ​ຫົວ​ຂໍ້​ສະ​ເພາະ, ງານ​ວາງ​ສະ​ແດງ​ຮູບ​ເງົາ​ປະ​ເທດບ​ຣິກ​ສ໌ ແລະ​ກິດ​ຈະ​ກຳ​ອື່ນໆ​ລວມ 30 ກວ່າ​ເທື່ອ​ຢູ່​ເມືອງ​ເຊ້ຍ​ເມິນ.

    ນອກນີ້, ຮູບ​ເງົາ​ເລື່ອງ "ເວ​ລາ​ໄປ​ໃສ​ແລ້ວ" ທີ່​ຖ່າຍ​ທຳ​ໂດຍ 5 ປະ​ເທດບ​ຣິກ​ສ໌​ເປັນ​ຄັ້ງ​ທຳ​ອິດນັ້ນ ຈະ​ສາຍ​ຢູ່​ທົ່ວ​ໂລກ​ໃນ​ໄວໆ​ນີ້ ເພື່ອ​ໃຫ້​ຜູ້​ຊົມ​ທົ່ວ​ໂລກ​ໄດ້​ເຫັນ​ຮີດ​ຄອງ​ປະ​ເພ​ນີ​ວັດ​ທະ​ນະ​ທຳ​ແລະ​ການຫັນ​ປ່ຽນ​ຊີ​ວິດ​ການ​ເປັນ​ຢູ່​ຂອງປະ​ຊ​າ​ຊົນ 5 ປະ​ເທດບ​ຣິກ​ສ໌.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ