ພັກສົກ​ຮຽນ​ປີນີ້ ທາງ​ລົດ​ໄຟ​ຈີນ​ຂົນ​ສົ່ງ​ຜູ້​ໂດຍ​ສານຫຼາຍ​ທີ່​ສຸດ​ໃນ​ປະ​ຫວັດ​ສາດ
2017-09-04 16:14:08  cri 
    ລັດ​ວິ​ສາ​ຫະ​ກິດ​ທາງ​ລົດ​ໄຟ​ຈີນ​ແຈ້ງ​ໃຫ້​ຊາບ​ວ່າ, ວັນ​ທີ 31 ສິງ​ຫາ​ຜ່ານ​ມາ ເປັນ​ມື້​ສຸດ​ທ້າຍ​ຂອງ​ໄລ​ຍະ​​ຂົນ​ສົ່ງ​ຜູ້​ໂດຍ​ສານ​ໃນ​ຍາມ​ພັກສົກ​ຮຽນ 2017 ​ໂດຍ​ຕະຫຼອດ​ໄລ​ຍະ 62 ມື້​ສາ​ມາດ​ຂົນ​ສົ່ງ​ຜູ້​ໂດຍ​ສານ​ໄດ້ 592 ລ້ານ​ເທື່ອ​ຄົນ ເຊິ່ງ​ເພີ່ມ​ຂຶ້ນ​ປະ​ມານ 51 ລ້ານ​ເທື່ອ​ຄົນ ຄື 9,6% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ຜ່ານ​ມາ ແລະ​ສະ​ເລ່ຍ​ແລ້ວ 9 ລ້ານ​ເທື່ອ​ຄົນ​ຕໍ່​ມື້​ເຊິ່ງ​ເປັນ​ສະ​ຖິ​ຕິ​ສູງ​ສຸດ​ໃນ​ປະ​ຫວັດ​ສາດ ໂດຍ​ສະ​ເພາະໃນ​ວັນ​ທີ 26 ສິງ​ຫາ​ຜ່ານ​ມາ ເປັນ​ມືືີ້​ທີ່​ຂົ​ນ​ສົ່ງ​ຜູ້​ໂດຍ​ສານຫຼາຍ​ທີ່​ສຸດ​ ຄື​ບັນ​ລຸ​ເຖິງ 11 ລ້ານ​ເທື່ອ​ຄົນ ເຊິ່ງຫຼາຍກວ່າມື້​ທີ່​ຂົນ​ສົ່ງ​ຜູ້​ໂດ​ຍ​ສານຫຼາຍ​ທີ່​ສຸດ​ໃນ​ປີ​ຜ່ານ​ມາ​ເຖິງ 5 ແສນ 7 ໝື່ນ​ເທື່ອ​ຄົນ.

    ທັງ​ນີ້, ຜູ້​ໂດຍ​ສານ​ທີ່​ຂີ່​ລົດ​ໄຟ​ຄວາມ​ໄວ​ສູງນັ້ນ ໄດ້​ເພີ່ມ​ຂຶ້ນ​ຢ່າງຫຼວງຫຼາຍ ແລະ​ລົດ​ໄຟ​ຄວາມ​ໄວ​ສູງ​ກໍ​ໄດ້​ກາຍ​ເປັນ​ທາງ​ເລືອກ​ທຳ​ອິດ​ຂອງ​ຜູ້​ໂດຍ​ສານ. ໃນ​ໄລ​ຍະພັກ​ສົກ​ຮຽນ​ປີນີ້, ທາ​ງ​ລົດ​ໄຟ​ຄວາມ​ໄວສູງ​ທົ່ວ​ປະ​ເທດ​ໄດ້​ຂົນ​ສົ່ງ​ຜູ້​ໂດຍ​ສານເກືອບ 330 ລ້ານ​ເທື່ອ​ຄົນ ເພີ່ມ​ຂຶ້ນ 50 ລ້ານ​ເທື່ອ​ຄົນ​ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ຜ່ານ​ມາ ຄື 18,1% ແລະ​ສະ​ເລ່ຍ​ແລ້ວ 5 ລ້ານ​ເທື່ອ​ຄົນ​ຕໍ່​ມື້ ກວມ 55,7% ຂອງ​ຜູ້​ໂດຍ​ສານ​ທັງ​ໝົດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ