ເດັກນ້ອຍ​ 49 ຄົນ​ເສຍ​ຊີວິດ​ຢູ່​ລັດ​ອູ​ຕາ​ອິນ​ເດຍມີ​
2017-09-05 11:36:55  cri 

ໂຄສົກ​ອຳນາດ​ການ​ປົກຄອງ​ລັດອູ​ຕາ ປະ​ເທດ​ອິນ​ເດຍ ​ໄດ້​ເປີດ​ເຜີຍ​ໃນ​ວັນ​ທີ 4 ກັນຍາ​ນີ້​ວ່າ: ນັບ​ແຕ່​ວັນ​ທີ 20 ກໍລະກົດ​ຫາ​ວັນ​ທີ 21 ສິງຫາ​ຜ່ານ​ມາ, ​​ໂຮງໝໍ​​ລັດ​ແຫ່ງ​ໜຶ່ງ​ຢູ່​ເມືອງຟາຣຸກຄາ​ບັດ, ມີ​ເດັກນ້ອຍ​ເກີດ​ໃໝ່ 30 ​ຄົນເສຍ​ຊີວິດ​ໃນ​ຫ້ອງ ICU ​ແລະ​​ເດັກນ້ອຍ 19 ຄົນ​ເສຍ​ຊີວິດ​ໃນ​ເວລາ​ປະສູດ. ປັດຈຸບັນ, ອຳນາດ​ການ​ປົກຄອງ​ລັດ​ຕົນ​ໄດ້​ປົດ​ຕຳ​ແໜ່​ງ 3 ຄົນ ​ເປັນຕົ້ນ ຜູ້​ບໍລິຫານ​ການ​ປົກຄອງເມືອງ ​ແລະ ຫົວໜ້າ​ແພດປະຈຳ​ໂຮງໝໍ ທັງ​ຈະ​ສືບສວນ-ສອບ​ສວນ​ເຫດການ​ດັ່ງກ່າວ​ອີກ.

ບົດ​ລາຍ​ງານ​ກວດກາ​ເບື້ອງ​ຕົ້ນຊີ້​ໃຫ້​ເຫັນ​ວ່າ, ​ເດັກນ້ອຍ 30 ຄົນ​ໄດ້​ເສຍ​ຊີວິດຈາກ​ການ​ຂາດ​ອາກາດ​ຫາຍ​​ໃຈ ​ເນື່ອງ​ຈາກ​ການ​ສະໜອງ​ອົກຊີ​ແຊ​ນບໍ່ພໍ, ສ່ວນສາ​ເຫດການ​ຕາຍ​ຂອງ​ເດັກອີກ 19 ຄົນຍັງ​ບໍ່​ໄດ້​ປະກາດ​ອອກ​ມາ​ເທື່ອ. ​ຂະນະ​ທີ່​ພໍ່​ແມ່​ຂອງ​ເດັກ​ທີ່​ເສຍ​ຊີວິດ​ເຫຼົ່ານັ້ນ ກໍ​ຢືນຢັນ​ວ່າ ການ​ສະໜອງ​ອົກຊີ​ແຊ​ນ ​ແລະ ຢາ​ໃຫ້​ໂຮງໝໍ​ບໍ່​ທັນ​ການ​ນັ້ນ​ເປັນສາ​ເຫດ​ພາ​ໃຫ້​ເດັກ​ເສຍ​ຊີວິດ.

​ເມື່ອ​ບໍ່​ດົນ​ມາ​ນີ້, ​ເປັນ​ເວລາຫຼາຍ​ເທື່ອ​ແລ້ວ​ທີ່ຢູ່​ອິນ​ເດຍ​ໄດ້​ເກີດ​ເຫດ​ເດັກ​ເສ​ຍຊີວິດພ້ອມ​ກັນຫຼາຍຄົນ​ໃນ​ໂຮງໝໍ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ