ສິງ​ເກີດ​ລູກ​ແຝດ​
2017-09-05 16:22:22  cri 

​ເມື່ອ​ບໍ່​ດົນ​ມາ​ນີ້, ຢູ່​ສວນສັດ​ປ່າ​ແຂວງ​ຢຸນນານ ສປ ຈີນ ສິງ​​ແມ່​ໂຕ​ໜຶ່ງ​ໄດ້​ເກີດ​ລູກ​ແຝດ ​, ແຕ່​ເນື່ອງ​ຈາກ​ລູກ​ສິງ​​ບໍ່​​ແຂງ​ແຮງ ຈຶ່ງ​ຖືກ​​ແມ່ສິງ​​ປະ​ຖິ້ມ. ພະນັກງານ​ສວນຈຳ​ຕ້ອງ​ເອົາ​ລູກ​ສິງ​ສອງ​ໂຕນັ້ນ​ໄປ​ໃຫ້ພະນັກງາ​ນສູນ​ດູ​ແລ​ລູກ​ສັດ​ເພື່ອລ້ຽງ​ດູ​ແລ​ຕະຫຼອດ 24 ຊົ່ວ​ໂມງ ທັງ​ສັງ​ເກດ​ເບິ່ງ​ອາການ​ຂອງຮ່າງກາຍ, ການ​ກິນ​ອາຫານ ​ແລະ ການ​ເຄື່ອນ​ໄຫວ​ຂອງ​ມັນ​ຢູ່​ທຸກ​ເວລາ. ປັດຈຸບັນ, ​ພາຍຫຼັ​ງ​ໄດ້​ຮັບ​ການ​ລ້ຽງ​ດູ​ແລ​ຢ່າງ​ພາກພຽນ, ລູກ​ສິງ​ສອງ​ໂຕ​ນີ້​ກໍ​​ແຂງ​ແຮງ​ດີ, ທັງ​ແລ່ນ​ແລະ​ຍ່າງຫຼິ້ນ​ໄດ້​ດີ​ຂຶ້ນ​ເປັນ​ລຳດັບ.



1  2  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ