ອະ​ດີດ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ອິ​ສ​ຣາ​ແອນປະ​ຈຳ​ຈີນ​ກ່າວ​ວ່າ ຂໍ້​ລິ​ເລີ່ມ​ຂອງ​ຈີນ​ເປັນຜົນ​ດີ​ຕໍ່​ຂະ​ບວນ​ການ​ສັນ​ຕິ​ພາບ​​ລະ​ຫວ່າງປາ​ແລັ​ສ​ຕິນ​ກັບອິ​ສ​ຣາ​ແອນ
2017-09-05 11:41:17  cri 
ຫວ່າງມໍ່ໆ​ມາ​ນີ້, ທ່ານ ​ມະ​ຕານ ວິວ​ນາຍ ອະ​ດີດ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ອິ​ສ​ຣາ​ແອນປະ​ຈຳ​ຈີນ​ກ່າວ​ໃນ​ຂະ​ນະ​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ​ວ່າ: ຈີນ​ມີ​ແຜນ​ຈະ​ຈັດ​ກອງ​ປະ​ຊຸມ​​ລະ​ດັບ​ເຈົ້າ​ໜ້າ​ທີ່​ສັນ​ຕິ​ພາບ​ລະ​ຫວ່າງ​ປາ​ແລັ​ສ​ຕິນ-ອິ​ສຣາ​ແອນ​ໃນ​ປີ​ນີ້ ເຊິ່ງ​ນັບ​ວ່າ​ເປັນ​ຜົນ​ດີ​ຕໍ່​ການ​ຫຼຸດ​ຜ່ອນ​ຄວາມ​ຂັດ​ແຍ້ງ​ແລະ​ຄວາມ​ບໍ່​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ ທັງ​ເປັນ​ການຊຸກ​ຍູ້​ຂະ​ບວນ​ການ​ສັນ​ຕິ​ພາບ​ລະ​ຫວ່າງ​ປາ​ແລັ​ສ​ຕິນ​ກັບ​ອິ​ສ​ຣາ​ແອນ​ຕື່ມ​ອີກ.

ທ່ານ ມະຕານ ວິນ​ນາຍ ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ແຜນ​ການ​ຈັດ​ກອງ​ປະ​ຊຸມລະ​ດັບ​ເຈົ້າ​ໜ້າ​ທີ່ສັນ​ຕິ​ພາບ​ລະ​ຫວ່າງ​ປາ​ແລັ​ສ​ຕິນ-ອິ​ສ​ຣາ​ແອນຂອງ​ຈີນ ທັງ​ໄດ້ກ່າວ​ວ່າ: ຈີນ​ເປັນ​ເພື່ອນ​ມິດ​ຂອງ​ປາ​ແລັ​ສ​ຕິນ​ແລະ​ອິ​ສ​ຣາ​ແອນ, ຂໍ້​ລິ​ເລີ່ມຈັດ​ຕັ້ງ​ກົນ​ໄກ​ສົນ​ທະ​ນາ​ 3 ຝ່າຍ​ລະ​ຫວ່າງ​ຈີນ,ປາ​ແລັ​ສ​ຕິນແລະ​ອິ​ສ​ຣາ​ແອນ​ແລະ​ມາດ​ຕະ​ການໃໝ່​ເພື່ອ​ຊຸກ​ຍູ້​ສັນ​ຕິ​ພາບ​ອື່ນໆ​​ຂອງ​ຈີນ​ນັ້ນຈະ​ເສີມ​ຂະ​ຫຍາຍ​ບົດ​ບາດ​ທີ່​ສຳ​ຄັນ​ໃນ​ຂະ​ບວນ​ການ​ສັນ​ຕິ​ພາບ​ລະ​ຫວ່າງ​ປາ​ແລັ​ສ​ຕິນ​ກັບ​ອິ​ສ​ຣາ​ແອນ.

ທ່ານ ມະຕານ ວິນນາຍ ກ່າວ​​ຕື່ມວ່າ: ຂະ​ບວນ​ການ​ສັນ​ຕິ​ພາບ​ລະ​ຫວ່າງ​ປາ​ແລັ​ສ​ຕິນ​ກັບ​ອິ​ສ​ຣາ​ແອນ​ຕ້ອງ​ການ​ມາດ​ຕະ​ການ​ແລະ​ທັດ​ສະ​ນະ​ໃໝ່, ​ແລະ​ຫວັງ​ວ່າ​ຈີນ​ຈະ​ສາ​ມາດ​ເສີມ​ຂະ​ຫຍາຍ​ບົດ​ບາດໃນ​ຂະ​ບວນ​ການ​ສັນ​ຕິ​ພາບ​ລະ​ຫວ່າງ​ປາ​ແລັ​ສ​ຕິນ​ກັບ​ອິ​ສ​ຣາ​ແອນຢ່າງ​ໃຫຍ່​ຫຼວງ​ແລະ​ສຳ​ຄັນ​ກວ່າ​ເກົ່າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ