ກະ​ໂຖດອກ​ໄມ້ໄພ້ Poker
2017-09-05 15:30:13  cri 


ທ້າວ ຈ່າງ​ເຄີ້​ຮ​ວາ ​ຊາວ​ຫຼົງ​ວ່ານ​ໄຊ​ປູ້​ໜ່ວຍ​ທີ 6 ເມືອງ​​ສຽນ​ຈ່ຽງ​ແຂວງ​ຫູ​ເປີຍ​ຂອງ​ຈີນ ​ທີ່​ປັດ​ຈຸ​ບັນອາ​ຍຸ 65 ປີ ໄດ້​ເອົາ​ໄພ້​ Poker ​ມາພັບ​ເປັນ​ກະ​ໂຖດອກ​ໄມ້ ​ແລະ​ຈາກ​ນັ້ນ​ກໍ​ປະ​ສົມ​ປະ​ສານ​ເອົາ​ພາບ​ແບບ​ລາ​ຊະ​ວັງ​ບູ​ຮານ, ພາບ​ກະ​ຖາງ​ໄຕ້​ທູບ​ໃນ​ວັດ​ແລະ​ອື່ນໆ​ໃສ່​ຄໍ​ກະ​ໂຖດອກ​ໄມ້ ເຊິ່ງ​ສ້າງ​ໄດ້​ຄວາມ​ເປັນ​ເອ​ກະ​ລັກ​ພິ​ເສດ​ທາງ​ວັດ​ທະ​ນະ​ທຳ​ບໍ່​ໜ້ອຍ. ກະ​ໂຖດອກ​ໄມ້​ທີ່ ຈ່າງ​ເຄີ້​ຮ​ວາ ພັບ​ນັ້ນ​ສູງ​ສຸດ​ 2 ແມັດ​ປາຍ ແລະ​ຕ່ຳ​ສຸດ 50 ຊັງ​ຕິ​ແມັດ. ຜົນ​ງານ​ດັ່ງ​ກ່າວ​ເປັນ​ຜົນ​ມາ​ຈາກ​ການ​ທ້ອນ​ໄພ້ Poker 10 ກວ່າ​ສີ​ແລະ ສີ​ດຽວ​​ເຊິ່ງ​ເພິ່ນສາ​ມາດ​ພັບ​ເປັນ​ກະ​ໂຖດອກ​ໄມ້ 5 ສີ​ໄດ້.
1  2  3  4  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ