ໄທ​ກຽມ​ພ້ອມ​ພັດ​ທະ​ນາ​ການ​ຂົນ​ສົ່​ງ​ສິນ​ຄ້າ​ທາງ​ລົດ​ໄຟ
2017-09-05 09:55:44  cri 
ເຈົ້າ​ໜ້າ​ທີ່​ກະ​ຊວງ​ຄົມ​ມະ​ນາ​ຄົມ​ໄທ​​ເປີດ​ເຜີຍ​ໃນ​ກອງ​ປະ​ຊຸມ​ສຳ​ມະ​ນາ​ທີ່​ຈັດ​ຂຶ້ນ​ຢູ່​ເມືອງ​ຊຽງ​ໃໝ່​ເມື່ອ​ມໍ່ໆ​ນີ້​ວ່າ, ​ກະ​ຊວງ​ຕົນໄດ້​​ຮ່າງ​ແຜນ​ຍຸດ​ທະ​ສາດ​ພັດ​ທະ​ນາ​ລະ​ບົບ​ຄົມ​ມະ​ນາ​ຄົມ​ຂົນ​ສົ່ງ​ 20 ປີ​ ເຊິ່ງ​​ຈະ​ຫັນເອົາ​ການ​ຂົນ​ສົ່ງ​ສິນ​ຄ້າ​ທາງຫຼວງ​ເປັນຫຼັກ​ໃນ​ປັດ​ຈຸ​ບັນ ​ມາ​ສູ່​ກາ​ນ​ຂົນ​ສົ່ງ​ສິນ​ຄ້າ​ທາງ​ລົດ​ໄຟ​ເປັນຫຼັກ ເພື່ອຫຼຸດ​ຕົ້ນ​ທຶນ​ການ​ຂົນ​ສົ່ງ​ ແລະຫຼຸດ​ການ​ລະ​ບາຍ​ມົນ​ລະ​ພິດ.

ເຈົ້າ​ໜ້າ​ທີ່​ດັ່ງ​ກ່າວ​ໄດ້ແນະ​ນຳ​ສະ​ພາບ​ປັດ​ຈຸ​ບັນ​ແລະ​ແຜນ​ພັດ​ທະ​ນາ​ຄົມ​ມະ​ນາ​ຄົມ​ໄທ​ໃນ​ກອງ​ປະ​ຊຸມ​ສຳ​ມະ​ນາ​ສາ​ກົນ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ​ກັບ​ການ​ຮ່ວມ​ມື​ໃນ​ອະ​ນຸ​ພາກ​ພື້ນ​ແມ່​ນ້ຳ​ຂອງ--ແລວ​ທາງ​ແມ່​ນ້ຳ​ລ້ານ​ຊ້າງ​ແມ່​ນ້ຳ​ຂອງ ແລະ​ການ​ພົ້ນ​ເດັ່ນ​ຂຶ້ນ​ແບບ​ສະຫຼາດ" ໂດຍ​ກ່າວ​ວ່າ, ຕົ້ນທຶນ​ການ​ຂົນ​ສົ່ງ​ສິນ​ຄ້າ​ທາງຫຼວງ​​ຢູ່​ໃນ​ລະ​ດັບ 2,12 ບາດ​ຕໍ່​ໂຕນ​ຕໍ່​ 1 ກິ​ໂລ​ແມັດ, ສ່ວນ​ທາງ​ລົດ​ໄຟ​ມີ​ພຽງ​ແຕ່ 0,95 ບາດ. ​ຈາກ​ນີ້​ຈິ່ງ​ກຽມ​ຈະ​ສ້າງ​ທາງ​ລົດ​ໄຟ​ລາງ​ຄູ່ແລະ​ຈຸດ​ຂົນ​ສົ່ງ​ຮ່ວມ​ໃຫ້ຫຼາຍກວ່າ​ເກົ່າ ເພື່ອ​ຍົກ​ບໍ​ລິ​ມາດການ​ຂົນ​ສົ່ງ​ສິນ​ຄ້າ​ທາງ​ລົດ​ໄຟ ແລະຫຼຸດ​ຕົ້ນ​ທຶນ​ການ​ຂົ​ນ​ສົ່ງ​ໃຫ້​ໜ້ອຍ​ລົງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ