ທ່ານ​ສີ​ຈິ້ນ​ຜິງ​ພົບ​ປະ​ນັກ​ຂ່າວ​ຈີນ​ແລະ​ຕ່າງ​ປະ​ເທດ
2017-09-05 15:27:42  cri 
ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ພົບ​ປະ​ນັກ​ຂ່າວ​ຈີນ​ແລະ​ຕ່າງ​ປະ​ເທດ​ຢູ່​ສູນ​ປະ​ຊຸມ​ສາ​ກົນ​ເຊ້ຍ​ເໝິນ​ໃນ​ວັນ​ທີ 5 ກັນ​ຍາ​ນີ້ ໂດຍ​ໄດ້​​ແຈ້ງ​ບັນ​ຍາ​ກາດກອງ​ປະ​ຊຸມ​ສຸດຍອດ​ຜູ້​ນຳ​ປະ​ເທດບ​ຣິກ​ສ໌​ຄັ້ງ​ທີ 9 ແລະ​ກອງ​ປະ​ຊຸມ​ຫາ​ລືລະ​ຫວ່າງ​ປະ​ເທດ​ຕະຫຼາດ​ຈະ​ເລີນ​ໃໝ່​ກັບ​ປະ​ເທດ​ພວມ​ພັດ​ທະ​ນາ.

ທ່ານ​ສີ​ຈິ້​ນ​ຜິງ​ຊີ້​ອອກວ່າ, ກອງ​ປະ​ຊຸມ​ສຸດຍອດ​ເຊ້ຍ​ເໝິນ​ຂອງ​ປະ​ເທດບ​ຣິກ​ສ໌​ໄດ້​ຜ່ານ "ຖະ​ແຫຼງ​ການ​ເຊ້ຍ​ເໝິນ​ຜູ້​ນຳ​ປະ​ເທດບ​ຣິ​ກ​ສ໌" ໂດຍ​ເນັ້ນ​ຈິດ​ໃຈ​ບ​ຣິກ​ສ໌​ໃນ​ການເປີດ​ປະ​ຕູ​, ​ກວມ​ລວມ, ຮ່ວມ​ມື ແລະ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ. ນອກ​ນີ້​ຍັງໄດ້​ສະຫຼຸ​ບ​ບົດ​ຮຽນ​ແຫ່ງ​ຜົນ​ສຳ​ເລັດ​​​ໃນການ​ຮ່ວມ​ມື​ລະ​ຫວ່າງ​ປະ​ເທດບ​ຣິ​ກ​ສ໌​ໃນ​ຮອບ 10 ປີ ແລະ​ວາງ​ແຜນ​ໃໝ່​ເພື່ອ​ຮັດ​ແໜ້​ນ​ສາຍ​ພົວ​ພັນ​ລະ​ຫວ່າງ​ປະ​ເທດບ​ຣິ​ກ​ສ໌ ແລະ​ລົງ​ເລິກ​ການ​ຮ່ວມ​ມື​ຕົວ​ຈິງ​ໃນ​ທຸກ​ຂົງ​ເຂດ. ປະ​ມຸກ​ລັດທັງ 5 ປະ​ເທດ​ເຫັນ​ວ່າ, ປະ​ເທດບ​ຣິ​ກ​ສ໌​ຄວນ​ລົງ​ເລິກ​ການ​ແລກ​ປ່ຽນ​ແລະ​ປະ​ສານ​ງານ​ໃນ​ບັນ​ຫາ​ທີ່​ສຳ​ຄັນ, ປົກ​ປ້ອງຫຼັກ​ການ​ພື້ນ​ຖານ​ແຫ່ງ​ການ​ພົ​ວ​ພັນ​ລະ​ຫວ່າງ​ຊາດ, ຮ່ວມ​ມື​ກັນ​ເພື່ອ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ທີ່​ເປັນ​ບັນ​ຫາ​ຂອງ​ທົ່ວ​ໂລກ ແລະ​ເລັ່ງ​​ປະ​ຕິ​ຮູບ​ການ​​ຄຸ້ມຄອງ​ເສດ​ຖະ​ກິດ​ທົ່ວ​ໂລກ; ລົງ​ເລິກ​ການ​ຮ່ວມ​ມື​ດ້ານ​ການ​ເມືອງ​ແລະ​ຄວາມ​ໝັ້ນ​ຄົງ, ​ສ້າງ​ຄວາມ​ເຂົ້າ​ໃຈ​ກັນ​ແລະ​ຍົກ​ນ້ຳ​ໃຈ​ມິດ​ຕະ​ພາບ​ຂອງປະ​ຊາ​ຊົນທັງ 5 ປະ​ເທດ; ປະ​ມຸກ​ລັດ 5 ປະ​ເທດ​ຕັດ​ສິນ​ໃຈ​ຖື​ເອົາ​ກອງ​ປະ​ຊຸມ​ເຊ້​ຍ​ເໝິນ​ເປັນ​ຈຸດ​ເລີ່ມ​ໃໝ່ ເພື່ອ​ຮ່ວມ​ກັນ​ເປີດ "ທົດ​ສະ​ວັດສີ​ຄຳ" ຮອບ​ທີ 2 ແຫ່ງ​ການ​ຮ່ວມ​ມື​ລະ​ຫວ່າງ​ປະ​ເທດບ​ຣິ​ກ​ສ໌.

ທ່ານ​ສີ​ຈິ້ນ​ຜິງ​ຊີ້​ອອກວ່າ, ປີ​ໜ້າ, ອາ​ຟ​ຣິ​ກາ​ໃຕ້​ຈະ​ເປັນ​ປະ​ເທດ​​ປະ​ທານ​​ປະ​ເທດບ​ຣິກ​ສ໌ ແລະ​ຈະ​ຈັດ​ກອງ​ປະ​ຊຸມ​ສຸດຍອດ​ຄັ້​ງ​ທີ 10 ຢູ່​ຈອນ​ເນ​ສບວກ ເຊິ່ງຈີນ​ຍິນ​ດີ​ຮ່ວມ​ກັບ​ບັນ​ດາ​ຝ່າຍອອກ​ແຮງ​ສະ​ໜັບ​ສະ​ໜູ​ນ​​ຢ່າງ​ສຸດ​ຂີດ ແລະ​ຈັບ​ມື​ກັນ​ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ​ປະ​ເທດບ​ຣິ​ກ​ສ໌ໃຫ້​ສືບ​ຕໍ່​ຂະ​ຫຍາຍ​ຕົວ​ຢ່າງ​ຕໍ່​ເນື່ອງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ