ທ່າ​ກຳ​ປັ່ນ ຈີນ​ແລະ​ມາ​ເລ​ເຊຍ​ອີກ 5 ແຫ່ງ​​ເຂົ້າ​ຮ່ວມສະ​ຫະ​ພັນ​ທ່າ​ກຳ​ປັ່ນ​ຈີນ-ມາ​ເລ​ເຊຍ
2017-09-05 16:11:10  cri 
    ທ່ານ ລຽວ​ຕົງ​ໄລ ລັດ​ຖະ​ມົນ​ຕີ​ກະ​ຊວງ​ຄົມ​ມະ​ນາ​ຄົມ​ມາ​ເລ​ເຊຍ​ກ່າວ​ຢູ່​ນະ​ຄອນຫຼວງ​ກົວ​ລາ​ລຳ​ເປີ​ໃນ​ວັນ​ທີ 4 ກັນ​ຍານີ້​ວ່າ, ທ່າ​ກຳ​ປັ່ນ​ອີກ 5 ແຫ່ງ​ຂອງ​ມາ​ເລ​ເຊຍ​ແລະ​ຈີນ​ໄດ້​ເຂົ້າ​ຮ່ວມ "ສະ​ຫະ​ພັນ​ທ່າ​ກຳ​ປັ່ນ​ຈີນ-ມາ​ເລ​ເຊຍ".

    ທ່ານ​ຊີ້​ໃຫ້​ເຫັນ​ວ່າ, ການ​ທີ່ທ່າ​ກຳ​ປັ່ນ​ຈິ່ງ​ຖັງ​ແລະ​ທຽນ​ສິນ​ຂອງ​ຈີນ, ​ທ່າ​ກຳ​ປັ່ນ​ເກ​ມາ​ມັນ, ຊາ​ບາ​ແລະ​ກູ​ຈິງ​ຂອງ​ມາ​ເລ​ເຊຍ ໄດ້ເຂົ້າ​ຮ່ວມ​ສະ​ຫະ​ພັນ​ດັ່ງ​ກ່າວນັ້ນ ກໍ​ເພື່ອ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລະ​ຫວ່າງ​ທ່າ​ກຳ​ປັ່ນ​ສອງ​ປະ​ເທດ ລວມ​ທັງ​ການ​ຄົ້ນ​ຄວ້າ, ການຍົກ​ລະ​ດັບ, ຝຶກ​ງານ, ຊ່ວຍ​ເຫຼືອ​ເຕັກ​ນິກ, ແລກ​ປ່ຽນ​ຂ່າວ​ສານ, ພັດ​ທະ​ນາ​ຄົມ​ມະ​ນາ​ຄົມ ແລະ​ເຜີຍ​ແຜ່​ການ​ບໍ​ລິ​ການ​ການ​ຄ້າ​ລະ​ຫວ່າງ​ທ່າ​ກຳ​ປັ່ນ.

    ເດືອນ​ພະ​ຈິກ​ປີ 2015, ກະ​ຊວງ​ຄົມ​ມະ​ນາ​ຄົມ​ຂົນ​ສົ່ງ​ຈີນ​ແລະ​ກະ​ຊວງ​ຄົມ​ມະ​ນາ​ຄົມ​ມາ​ເລ​ເຊຍ ໄດ້​ລົງ​ນາມ​ໃນ "ບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ​ວ່າ​ດ້ວຍ​ການ​ສ້າງ​​ສາຍພົວ​ພັນ​ສະ​ຫະ​ພັນ​ທ່າ​ກຳ​ປັ່ນ" ລະ​ຫວ່າງ​ສອງ​ປະ​ເທດ​ຢູ່​ມາ​ເລ​ເຊຍ. ຈາກນັ້ນ, ຫຼັງ​ການ​ຫາ​ລື​, ສອງ​ກະ​ຊວງ​ດັ່ງ​ກ່າວ​ໄດ້​ສ້າງ​ຕັ້ງ "ສະ​ຫະ​ພັນ​ທ່າ​ກຳ​ປັ່ນ​ຈີນ-ມາ​ເລ​ເຊຍ" ຢ່າງ​ເປັນ​ທາງ​ການ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ