ໂຄງ​ການ​ເຄືອ​ຂ່າຍ​ການ​ສື່​ສານ​ລັບ​ເຕັກ​ນິກ quantum ​ສາຍ​ທຳ​ອິດ​ໃນ​ໂລກ​ຜ່ານ​ການກວດ​ສອບ
2017-09-05 16:14:53  cri 
    ວັນ​ທີ 4 ກັນ​ຍານີ້, ມະ​ຫາ​ວິ​ທະ​ຍາ​ໄລ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ຈີນ​ແຈ້ງ​ໃຫ້​ຊາບ​ວ່າ, ກອງ​ປະ​ຊຸມ​ປະ​ເມີນກວດ​ກາ​ເພື່ອ​ຮັບ​ຮອງ​ໂຄງ​ການ​ຕົວ​ແບບ​ການກວດ​ສອບ​ແລະ​ປະ​ຍຸກ​ເຕັກ​ນິກ​ສາຍປັກ​ກິ່ງ-ຊຽງ​ໄຮ​ດ້ານ​ການ​ສື່​ສານ​ລັບ​ quantum ​ແຫ່ງ​ຊາດ​ຈີນ ໄດ້​ຈັດ​ຂຶ້ນ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ​ດັ່ງ​ກ່າວ, ຜ່ານ​ຈາກ​ການ​ຮັບ​ຟັງ​ຂັ້ນ​ຕອນ​ການ​ສ້າງ​ແລະ​​ການກວດ​ສອບ​ຮັບ​ຮອງ​ລະ​ບົບ​ຍ່ອຍ​ຕ່າງໆ​ຂອງ​ໂຄງ​ການ​ດັ່ງ​ກ່າວ ລວມ​ທັງ​ຫຼັງ​​ຕັ້ງກະ​ທູ້​ຖາມ​ແລະ​ປຶກ​ສາ​ຫາ​ລື, ໜ່ວຍ​ຜູ້​ຊ່ຽວ​ຊານ​ເຫັນ​ວ່າ ໂຄງ​ການ​ດັ່ງ​ກ່າວ ໄດ້​ສຳ​ເລັດ​ໜ້າ​ທີ່ກວດ​ສອບ​ເຕັກ​ນິກ​ແລະ​ເຮັດ​ເປັນ​ຕົວ​ແບບ​ການ​ປະ​ຍຸກ​ທີ່​ຄາດ​ໄວ້​ລ່ວງ​ໜ້າ ແລະ​ເຫັນ​ດີ​ຮັບ​ຮອງ​ໂຄງ​ການ​ດັ່ງ​ກ່າວ. ທັງ​ນີ້​ໝາຍ​ຄວາມ​ວ່າ, ເຄືອ​ຂ່າຍ​ການ​ສື່​ສານ​ລັບ​ເຕັກ​ນິກ​ quantum ສາຍ​ທຳ​ອິດ​ໃນ​ໂລກ ໄດ້​ມີ​ເງື່ອນ​ໄຂ​ເປີດ​ບໍ​ລິ​ການ​ແລ້ວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ