ຕາມຂ່າວCRI: ວັນທີ 5 ກັນຍານີ້ ໃນການແຂ່ງຂັນຮອບຊິງຊະນະເລີດແລ່ນ 100 ແມັດແລະ 200 ແມັດຊາຍໃນມະຫະກຳກິລາແຫ່ງຊາດທຽນສິນ, ທ້າວ ເຊ້ຍເຈີ້ນເຢ້ ນັກກິລາແຂວງເຈີ້ຈ່ຽງໄດ້ເປັນແຊ໊ມດ້ວຍການໃຊ້ເວລາ 20:20 ວິນາທີແລະກໍສົມດັ່ງໃຈກອງເຊຍ ທັງເປັນການສ້າງສະຖິຕິໃໝ່ຂອງລາຍການແຂ່ງຂັນປະເພດນີ້ໃນທົ່ວປະເທດ ທັງກາຍເປັນແຊ໊ມຜູ້ທີ 7 ທີ່ຊະນະເລີດໃນການແຂ່ງຂັນສອງລາຍການໃນປະຫວັດສາດຂອງມະຫະກຳກິລາແຫ່ງຊາດ. ຫຼັງການແຂ່ງຂັນ, ທ້າວ ເຊ້ຍເຈີ້ນເຢ້ ໜຸ່ມເຈົ້າຊູ້ຄົນນີ້ເວົ້າດ້ວຍຄວາມຖ່ອມຕົນວ່າ, ຖ້າຢາກປະສົບຜົນສຳເລັດໃນການແຂ່ງຂັນລະດັບສາກົນດ້ວຍເວລາດັ່ງກ່າວຍັງບໍ່ພຽງພໍເທື່ອ ເຊິ່ງຕ້ອງໄດ້ພະຍາຍາມຢ່າງຕໍ່ເນື່ອງ, ການກ້າວສູ່ນັກກິລາລະດັບສາກົນເໝືອນດັ່ງ ທ້າວ ອູຊານ ໂບດ ນັກກິລາຈາໄມກາ ແລະ ທ້າວ ຈັສຕິນ ອາເລັກຊັນເດີ ກັດລິນ ນັກກິລາອາເມລິການັ້ນຍັງຕ້ອງບຸກບືນອີກແລະກໍເປັນສິ່ງຈຳເປັນຕ້ອງໄດ້ເຮັດໃນປັດຈຸບັນ. ສຳລັບຂອ້ຍແລ້ວກໍຈະສືບຕໍ່ຜ່ານຜ່າສິ່ງທ້າທາຍດ້ວຍຄວາມອົດທົນ.