ແຂວງ​ໄຫ​ຫຼຳ​ຈີນ​ແລະ​ໄທ​ບັນ​ລຸ​ການ​ເຊັນ​ສັນ​ຍາ​ໂຄງ​ການ​ຮ່ວມ​ມື​ເສດ​ຖະ​ກິດ​ການ​ຄ້າ​ທີ່​ມີ​ມູນ​ຄ່າ​ເກືອບ 3 ຕື້ຢວນ
2017-09-06 16:59:52  cri 
ວັນ​ທີ 5 ກັນ​ຍາ​ນີ້, ອົງ​ການ​ປົກ​ຄອງ​ແຂວງ​ໄຫ​ຫຼຳ ສ​ປ ຈີນ​ໄດ້​ຈັດ​ກອງ​ປະ​ຊຸມ​ແລກ​ປ່ຽນ​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ຢູ່​ນະ​ຄອນ​ຫຼວງ​ບາງກອກ​ປະ​ເທດ​ໄທ ແລະ​ໃນ​ໂອ​ກາດ​ດັ່ງ​ກ່າວ​ມີ​ວິ​ສາ​ຫະ​ກິດ​ແລະ​ອົງ​ການ​ຈັດ​ຕັ້ງ​ຈາກ​ແຂວງ​ໄຫ​ຫຼຳ 6 ແຫ່ງ​ແລະ​ໄທ​ໄດ້​ເຊັນ​ສັນ​ຍາ​ໂຄງ​ການ​ຮ່ວມ​ມື 5 ສະ​ບັບ ເປັນ​ຕົ້ນ​ບົດ​ບັນ​ທຶກ​ຊ່ວຍ​ຈຳ​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ມະ​ຫາ​ວິ​ທະ​ຍາ​ໄລ​ສອງ​ຝ່າຍ, ສັນ​ຍາ​ການ​ຍົກ​ລະ​ດັບ​ການ​ບໍ​ລິ​ການ​ດ້ານ​ການ​ບິນ,ສັນ​ຍາ​ການ​ຮ່ວມ​ມື​ດ້ານ​ກະ​ສິ​ກຳ​ທີ່​ມີ​ປະ​ສິດ​ທິ​ພາບ​ສູງ​ແລະ​ສີ​ສັນ​ພິ​ເສດ​ຂອງ​ເຂດ​ຮ້ອນ​ກໍ​ຄື​ສັນ​ຍາ​ກ່ຽວ​ກັບ​ການ​ເປີດ​ເສັ້ນ​ທາງ​ການ​ບິ​ນ​ເມືອງ​ໄຫ​ໂຂວ-ແຂວງ​ພັດ​ທະ​ຍາ ເຊິ່ງ​ມີ​ມູນ​ຄ່າ​ເຖິງ 2 ຕື້ 960 ລ້ານຢວນ.

ທ່ານ ເສີນ​ສຽວ​ມິງ ເຈົ້າ​ແຂວງ​ແຂວງ​ໄຫ​ຫຼຳ​ທີ່​ເຂົ້າ​ຮ່ວມກອງ​ປະ​ຊຸມ​ກ່າວ​ວ່າ: ນັບ​ແຕ່​ປີ 1988 ຮອດ​ປັດ​ຈຸ​ບັນ, ໄທ​ໄດ້​ຕັ້ງ​ວິ​ສາ​ຫະ​ກິດ 150 ແຫ່​ງ​ຢູ່​ແຂວງ​ໄຫ​ຫຼຳ ເຊິ່ງ​ມີ​ມູນ​ຄ່າ​ການ​ລົງ​ທຶນ​ເຖິງ 33.920.000 ໂດ​ລາ​ສະ​ຫະ​ລັດ ແລະ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ການ​ຮ່ວມ​ມື​ລະ​ຫວ່າງວິ​ສາ​ຫະ​ກິດ​ໄທ​ແລະ​ແຂວງ​ໄຫ​ຫຼຳ​ໃນ​ດ້ານ​ພະ​ລັງ​ງານ​ໃໝ່,ການ​ທ່ອງ​ທ່ຽວ,ກະ​ສິ​ກຳ​ແລະ​ອື່ນໆ​ກໍ​ນັບ​ມື້​ຫຼາຍ​ຂຶ້ນກວ່າ​ເກົ່າ. ບົນ​ພື້ນ​ຖານ​ການ​ມີ​ນະ​ໂຍ​ບາຍ​ບູ​ລິ​ມະ​ສິດ​ໃນ​ການ​ລົງ​ທຶນ​ເຊັ່ນ: ເຂດ​ເສດ​ຖະ​ກິດ​ພິ​ເສດ,ເກາະ​ທ່ອງ​ທ່ຽວ​ສາ​ກົນ​ແລະ​ສິນ​ຄ້າ​ປອດ​ພາ​ສີ,ການ​ເປີດ​ສິດ​ການ​ບິນ​ຜ່ານ​ທ້ອງ​ຟ້າ​ຊັ້ນ​ຕ່ຳ​ແລະ​ອື່ນໆ, ແຂວງ​ໄຫ​ຫຼຳ​ຈະ​ສ້າງ​ໂອ​ກາດ​ການ​ຄ້າ​ຢ່າງ​ໃຫຍ່​ຫຼວງ​ມາ​ໃຫ້​ແກ່​ນັກ​ລົງ​ທຶນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ