ທູດ​ພິ​ເສດ​ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ​ຢ້ຽມ​ຢາມ​ອີ​ຣານ​ເພື່ອ​ຫາ​ລື​ບັນ​ຫາ​ຊີ​ຣີ
2017-09-06 10:21:57  cri 
ທ່ານ​ອາ​ເລັກ​ຊັນ​ເດີ ລາ​ຟ​ເວນ​ຕີ​ເອ​ຟ ທູດ​ພິ​ເສດ​ປະ​ທາ​ນາ​ທິ​ຣັດ​ເຊຍ​ໄດ້​ເດີນ​ທາງ​ເຖິງ​ນະ​ຄອນຫຼວງ​ເຕ​ເຮ​​ຣານປະ​ເທດ​ອີ​ຣານ​ໃນ​ວັນ​ທີ 5 ກັນ​ຍາ​ນີ້ ເພື່ອ​ປຶກ​ສາ​ຫາ​ລື​ບັນ​ຫາ​ຊີ​ຣີ​ກັບ​ທ່ານ​ອາ​ລີ ຊຳ​ຄາ​ນີ ເລ​ຂາ​ທິ​ການ​ຄະ​ນະ​ກຳ​ມະ​ການ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ຂອງ​ປະ​ເທດ​ດັ່ງ​ກ່າວ.

ທ່ານ​ອາ​ເລັກ​ຊັນ​ເດີ ລາ​ຟ​ເວນ​ຕີ​ເອ​ຟ ໄດ້​ແຈ້ງ​​ໃຫ້​ຮູ້​ເຖິງຄວາມ​ພະ​ຍາ​ຍາມ​ທາງ​ການ​ທູດ​ຂອງ​ຣັດ​ເຊຍ​ໃນ​ໄລ​ຍະ​ມໍ່ໆ​ມາ​ນີ້ ແລະ​ຜົນ​ການ​ຫາ​ລື​ລະ​ຫວ່າງ​ຣັດ​ເຊຍ​ກັບ​ປະ​ເທດ​ອື່ນໆ​ກ່ຽວ​ກັບ​ບັນ​ຫາ​ຊີ​ຣີ ໂດຍ​ເນັ້ນ​ວ່າ ຣັດ​ເຊຍ, ອີ​ຣານ ແລະ​ຊີ​ຣີ​ໄດ້​ເສີ​ມ​ຂະ​ຫຍາຍ​ບົດ​ບາດ​ຕົ້ນ​ຕໍ​ໃນ​ການ​ຕໍ່​ຕ້ານ​ລັດ​ທິ​ກໍ່​ການ​ຮ້າຍ. ​ຂະ​ນະ​ທີ່ທ່ານ​ຊຳ​ຄາ​ນີ​​ກໍກ່າວ​ວ່າ, ອີ​ຣານ, ຣັດ​ເຊຍ​ແລະ​ຊີ​ຣີ​ໄດ້​ສ້າງ​ເປັນ "ຄ້າຍ​ຕໍ່​ຕ້ານ​ລັດ​ທິ​ກໍ່​ການ​ຮ້າຍ​ທີ່​ແທ້​ຈິງ" ແລະ​ພວມ​ປະ​ສົບຜົນ​ສຳ​ເລັດ​ໃນ​ດ້ານ​ນີ້.

ທ່ານ​ຊຳ​ຄາ​ນີ​ກ່າວ​ຕື່ມ​ວ່າ, ອະ​ທິ​ປະ​ໄຕ​ຂອງ​ຊີ​ຣີ​ຕ້ອງ​ໄດ້​ຮັບ​ການ​ເຄົາ​ລົບ ແລະ​ບັນ​ດາ​ຝ່າຍ​ທີ່​ກ່ຽວ​ຂ້ອງ​ຄວນ​ຮັບ​ປະ​ກັນ​ການເຈ​ລະ​ຈາ​ກັນ​ຢູ່​ພາຍ​ໃນ​ຊີ​ຣີ ເພື່ອ​ໃຫ້​ປະ​ຊາ​ຊົນ​ຊີ​ຣີ​ຕັດ​ສິນ​ອະ​ນາ​ຄົດ​ແລະ​ຊະ​ຕາ​ກຳ​ຂອງ​ຕົນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ