ສື່ມວນ​ຊົນໄທ​ລາຍ​ງານ​ຂ່າວ​ການ​ພົບ​ປະ​ລະ​ຫວ່າງ​ທ່ານ​ສີ​ຈິ້ນ​ຜິງ​ກັບ​ທ່ານ​ປ​ຣະ​ຍຸດ
2017-09-06 14:41:46  cri 
​ວັນ​ທີ 4 ກັນ​ຍາ​ນີ້ ຢູ່​ເມືອງ​ເຊ້ຍ​ເໝິນປະ​ເທດ​ຈີນ, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ພົບ​ປະ​ກັບ​ທ່ານ​ປ​ຣະ​ຍຸດ ຈັນ​ໂອ​ຊາ ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄທ​ທີ່​ເດີນ​ທາງ​ມາ​​ເຂົ້າ​ຮ່ວມກອງ​ປະ​ຊຸມ​ຫາ​ລື​ລະ​ຫວ່າງ​ປະ​ເທດ​ຕະຫຼາດ​ຈະ​ເລີນ​ໃໝ່​ກັບ​ປະ​ເທດ​ພວມ​ພັດ​ທະ​ນາ ແລະ​ໄດ້​ຮ່ວມ​ເປັນ​ສັກ​ຂີ​ພິ​ຍານ​ໃຫ້​ແກ່​ການ​ລົງ​ນາມ​ໃນ​ເອ​ກະ​ສານ 4 ສະ​ບັບ ​ໃນ​ນີ້​ມີ​ໂຄງ​ການ​ກໍ່​ສ້າງ​ທາງ​ລົດ​ໄຟ​ຈີນ-ໄທ ເຊິ່ງ​ການ​ພົບ​ປະ​ດັ່ງ​ກ່າວ​ເປັນ​ທີ່​ສົນ​ໃຈ​ຂອງສື່ມວນ​ຊົນ​ໄທ ເຊັ່ນ: ໜັງ​ສື​ພິມ​ມະ​ຕິ​ຊົນ, ໜັງ​ສື​ພິມ​ໄທຣັດ, ສະ​ຖາ​ນີ​ໂທ​ລະ​ພາບ​ໄທ ເປັນ​ຕົ້ນ​ລ້ວນ​ແຕ່​ໄດ້​ລາຍ​ງານ​ຂ່າວ​ນີ້.

ສື່ມວນ​ຊົນ​ໄດ້ລາຍ​ງານ​ວ່າ, ໃນ​ການ​ພົບ​ປະ, ທ່ານ​ປ​ຣະ​ຍຸດ​ໄດ້​ເນັ້ນ​ເຖິງ​ຄວາມ​ມຸ່ງ​ຫວັງຂອງ​ລັດ​ຖະ​ບານ​ໄທ​ທີ່​ຈະ​ເພີ່ມ​ທະ​ວີ​ສາຍ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ກັບ​ຈີນ ແລະຫວັງ​ໃຫ້​ສອງ​ຝ່າຍ​ຊຸກ​ຍູ້​ຄວາມ​ຄືບ​ໜ້າ​ຂອງ​ໂຄງ​ການ​ຮ່ວມ​ມື, ເປີດກວ້າງ​ການ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ ແລະ​ເພີ່ມ​ທະ​ວີ​ການ​ໄປ​ມາ​ຫາ​ສູ່​ລະ​ຫວ່າງ​ປະ​ຊາ​ຊົນ.

ນອກ​ນີ້, ສື່ມວນ​ຊົນ​​ຍັງ​ລາຍ​ງານ​ວ່າ, ໄທ​ເປັນ​ປະ​ເທດ​ສະ​ມາ​ຊິກ​ອາ​ຊຽນ​ພຽງ​ໜຶ່ງ​ດຽວ​ທີ່​ໄດ້​ຮັບ​ເຊີນ​ເຂົ້າ​ຮ່ວມກອງ​ປະ​ຊຸມ​​ດັ່ງ​ກ່າວ ເຊິ່ງ​​ເປັນ​ການ​ສ່ອງ​ແສງ​ໃຫ້​ເຫັນ​ວ່າ ຈີນ​ແລະ​ປະ​ເທດກຸ່ມບ​ຣິ​ກ​ສ໌​ໝັ້ນ​ໃຈ​​ຕໍ່​ການ​ພັດ​ທະ​ນາ​ຂອງ​ໄທຢ່າງ​ເຕັມ​ປ່ຽມ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ