ໄມ້​ສັກ​ແກະ​ສະຫຼັກ​ທີ່​ໃຫຍ່ກວ່າ​ຕູ້​ລົດ​ໄຟ
2017-09-06 15:06:58  cri 

ອາ​ຈານຫຼຸງ​ເປັນ​ຊ່າງ​ແກະ​ສະຫຼັກ​ຮາກ​ໄມ້​ກຸ້ຍຫຼິນ ສ​ປ ຈີນ​ທີ່​ປັດ​ຈຸ​ບັນ​ອາ​ຍຸ​ພຽງ 30 ກວ່າ​ປີ. ຂະ​ນະ​ທີ່​ຕະຫຼາດ​ແກະ​ສະຫຼັກ​ຮາກ​ໄມ້​ເມືອງ​ກຸ້ຍຫຼິນ​ຈະ​ເລີນ​ຮຸ່ງ​ເຮືອງ​ທີ່​ສຸດ​​ກ່ອນ​ໜ້າ​ນີ້ 5 ປີນັ້ນ, ລາວ​ກໍ​ໄດ້​ເຮັດ​ສິ່ງ​ໜຶ່ງ​ແບບ​ປ່ວງ​ບ້າ ຄື ​ລາວ​ໄດ້​ເຊີນ​ນາຍ​ຊ່າງ​ແກະ​ສະຫຼັກ 10 ກວ່າ​ຄົນ​ມາ​ແກ​ະ​ສະຫຼັກ​ຮາກ​ໄມ້​ສັກ​ທີ່​ໜັກ 30 ໂຕນ​ເປັນ​ຮູບ​ໂຕ​ສິງທີ່​ໃຫຍ່​ທີ່​ສຸດ​ໃນ​ໂລກ ແລະ​ໃສ່​ຊື່​ວ່າ "ສິງ​ບົວ​ລະ​ພາ​ຍາມ​ຕື່ນ". ​ສິງ​ໂຕ​ນີ້​ໃຫຍ່ກວ່າ 1 ​ຕູ້​ລົດ​ໄຟ ແລະ​ມີ​ຄົນຕ້ອງ​ການ​ຊື້​ດ້ວຍ​ລາ​ຄາ 3 ລ້ານຢວນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ