ອ​າ​ເມ​ລິ​ກາ​ແລະ​ສ.ເກົາຫຼີ​ປະ​ກາດ​ຈະ​ຫາ​ລື​ຍຸດ​ທະ​ສາດ​ແກ່​ຍາວ​ການ​ນາບ​ຂູ່​ທຸກ​ປີ
2017-09-06 12:52:13  cri 
    ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ​ປະ​ກາດ​ໃນ​ວັນ​ທີ 5 ກັນ​ຍານີ້​ວ່າ, ເພື່ອ​ຮັບ​ມື​ກັບ​ການ​ຂົ່ມ​ຂູ່​ຈາກ ສ​ປ​ປ ເກົາຫຼີ, ປະ​ເທດ​ຕົນ​ແລະ​ສ.ເກົາຫຼີ ຈະ​ຈັດ "ກອງ​ປະ​ຊຸມ​ຫາ​ລື​ຍຸດ​ທະ​ສາດ​ແກ່​ຍາວ​ການ​ນາບ​ຂູ່" ໃນ​ທຸກໆ​ປີ.

    ລັດ​ຖະ​ບານ​ສອງ​ປະ​ເທ​ດ​ດັ່ງ​ກ່າວ ໄດ້​ອອກ​ຖະ​ແຫຼງ​ການ​ກ່ຽວ​ກັບ​ເລື່ອງນີ້​ໃນ​ວັນ​ທີ 5 ກັນ​ຍານີ້​ວ່າ, ອີງ​ຕາມ​ການ​ຕົກ​ລົງ​ຂອງ​ທ່ານ ໂດ​ນັນ ທ​ຣຳ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ ແລະ​ທ່ານ ມູນເຈ​ອິນ ປະ​ທາ​ນາ​ທິ​ບໍ​ດີ​ສ.ເກົາຫຼີ ກ່ຽວ​ກັບ​ການ​ເຮັດ​ໃຫ້ "ກອງ​ປະ​ຊຸມ​ຫາ​ລື​ຍຸດ​ທະ​ສາດ​ແກ່​ຍາວ​ການ​ນາບ​ຂູ່" ໃຫ້​ເປັນ​ປົກ​ກະ​ຕິ, ພາກ​ສ່ວນ​ການ​ຕ່າງ​ປະ​ເທດ​ແລະ​ປ້ອງ​ກັນ​ປະ​ເທດ​ຂອງ​ສອງ​ປະ​ເທດ ໄດ້​ອະ​ນຸ​ມັດ​ຂອບ​ໃໝ່ໃນ​ກົນ​ໄກ​ກອງ​ປ​ະ​ຊຸມ​ດັ່ງ​ກ່າວ. ແນວ​ໃດ​ກໍ​ດີ, ລັດ​ຖະ​ບາ​ນ​ສອງ​ປະ​ເທດ​ຈະ​ປຶກ​ສາ​ຫາ​ລື​ແລະ​ປະ​ສານ​ງານ​ຢ່າງ​ໃກ້​ຊິດກວ່າ​ເກົ່າ ເພື່ອ​ເພີ່​ມ​ທະ​ວີ​​ຄວາມ​ເປັນ​ພັນ​ທະ​ມິດ​ຂອງ​ສອງ​ປະ​ເທດ​ແລະ​ຄຳ​ສັນ​ຍາ​ຂອງ​ອາ​ເມ​ລິ​ກາ​ທີ່​ຈະ​ແກ່​ຍາວ​ການ​ນາບ​ຂູ່.

    ຄຳວ່າ​ການ "ແກ່​ຍາວ​ການ​ນາບ​ຂູ່" ​ກໍໝາຍ​ເຖິງ​ອາ​ເມ​ລິ​ກາ​ຈະປົກ​ປ້ອງ​ດ້ານ​ນິວ​ເຄ​ລຍ​ໃຫ້ແກ່​ປະ​ເທດ​ພັນ​ທະ​ມິດ​ໃນ​ເວ​ລາ​ຖືກ​ຂົ່ມ​ຂູ່​ຫຼື​ຖືກ​ໂຈມ​ຕີ​ຈາກ​ນິວ​ເຄ​ລຍ. ໃນ​ເວ​ລາ​ໄຂ​ກອງ​ປ​​ະຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ແລະ​ປ້ອງ​ກັນ​ປະ​ເທດ​ຂອງ​ສອງ​ປະ​ເທດ ຄື 2+2 ໃນ​ເດືອນ​ຕຸ​ລາ​ປີ​ຜ່ານ​ມາ ​ກໍໄດ້​ຕົກ​ລົງ​ສ້າງ​ຕັ້ງ​ກົນ​ໄກ "ກອງ​ປະ​ຊຸມ​ຫາ​ລື​ຍຸດ​ທະ​ສາດ​ແກ່​ຍາວ​ການ​ນາບ​ຂູ່" ເພື່ອ​ຫາ​ລື​ວຽກ​ງານ​ລະ​ອຽດ​ທີ່​ອາ​ເມ​ລິ​ກາ​ຈະ​ປົກ​ປ້ອງ​ດ້ານ​ນິວ​ເຄ​ລຍ​ໃຫ້​ແກ່​ສ.ເກົາຫຼີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ