ໄຂ​ກອງ​ປະຊຸມ​ພາຄີ​ສົນທິສັນຍາ​ປ້ອງ​ກັນ​ແລະແກ້​ໄຂ​ບັນຫາ​ການ​ຫັນ​​ເປັນທະ​ເລ​ຊາຍ ສປຊ ຄັງທີ 13
2017-09-07 11:31:14  cri 

ກອງ​ປະຊຸມ​ພາຄີ​ສົນທິສັນຍາ​ແກ້​ໄຂ​ບັນຫາ​ການ​ຫັນ​ເປັນ​ທະ​ເລ​ຊາຍຂອງ​ສະຫະ​ປະຊາ​ຊາດ ຄັ້ງທີ 13 ​ໄດ້​ຈັດ​ຂຶ້ນຢູ່​ເມືອງ​ເອີ​ໂດ​ສ ​ເຂດ​ປົກຄອງ​ຕົນ​ເອງ​ມົງ​ໂກ​ໃນ​ຈີນ ​ໃນ​ວັນ​ທີ 6 ກັນຍາ​ນີ້ ​ໂດຍຜູ້​ແທນ​ 2.000 ກວ່າ​ທ່ານ​ຂອງ 196 ພາຄີ ​ແລະ 20 ກວ່າອົງການ​ຈັດຕັ້ງສາກົນ​ເຂົ້າຮ່ວມ.

​ກອງ​ປະຊຸມດັ່ງກ່າວ​​​ເນັ້ນ​ຫົວ​ຂໍ້ "ຮ່ວມ​ມື​ກັນປ້ອງ​ກັນ​ແລະ​ແກ້​ໄຂ​ບັນຫາ​ທະ​ເລ​ຊາຍ, ຮ່ວມ​ກັນສ້າງ​ຄວາມ​ຜາ​ສຸກ​ໃຫ້​ແກ່​ມວນມະນຸດ" ​ໂດຍ​ໜ້າ​ທີ່​ຕົ້ນຕໍ​ກໍ​ຄື ຈັດຕັ້ງປະຕິບັດ​ວາລະ​ການ​ພັດທະນາ​ແບບ​ຍືນ​ຍົງ, ສ້າງ​ຂອບ​ຍຸດ​ທະ​ສາດ​ໃໝ່​ຂອງ​ສົນທິສັນຍາ, ຮັບປະກັນ​ບັນລຸ​ເປົ້າໝາຍ​ຄື​ບໍ່​ມີດິນເປັນ​ທະ​ເລ​ຊາຍ​ເພີ່ມ​ໃໝ່ ​ແລະ ລະດົມ​ທຶນ​ສະໜັບສະໜູນ.

​ໃນອາທິດ​ທຳ​ອິດຂອງ​ກອງ​ປະຊຸມ​ດັ່ງກ່າວ, ຈະ​ຈັດ​ກິດຈະກຳ​ເຕັກນິກ, ສ່ວນອາທິດ​ທີ​ສອງ​ຈະ​ຈັດ​ກິດຈະກຳ​ຕົ້ນຕໍ ​ນອກ​ນີ້​ຍັງ​ມີ​ການ​​ໄປທັດສະນະ​ສຶກສາຢູ່​ພາກ​ສະໜາມ​ກ່ຽວ​ກັບ​ການ​ປ້ອງ​ກັນ​ແລະ​ແກ້​ໄຂ​ບັນຫາ​ການ​ຫັນ​ເປັນ​ທະ​ເລ​ຊາຍ, ຮ່ວມ​ປູກ​ຕົ້ນ​ໄມ້ທີ່​ລະນຶກ ​ແລະ ພິທີ​ເລີ່​ມຕົ້ນກົນ​ໄກ​ຮ່ວມ​ມື​ເພື່ອ​ປ້ອງ​ກັນ​ແລະ​ແກ້​ໄຂ​ບັນຫາ​ການ​ຫັນ​ເປັນ​ທະ​ເລ​ຊາຍ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ຕື່ມ​ອີກ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ