ຕິດຕັ້ງລະບົບ "ທັດ" ຊຸດສຸດ​ທ້າຍ​ຢູ່​ຖານ​ທັບ ສ.​ເກົາຫຼີ
2017-09-07 16:10:23  cri 

ຕອນ​ເຊົ້າວັນ​ທີ 7 ກັນຍາ​ນີ້, ອາ​ເມ​ລິ​ກາ ​ແລະ ສ.​ເກົາຫຼີ ​ໄດ້​ສົ່ງ​ລົດ​ຍິງ​ຂີປະ​ນາ​ວຸດ 4 ຄັນ ​ພ້ອມ​ດ້ວຍ​ອຸ​ປະກອນທີ່​ກ່ຽວຂ້ອງ​ຂອງ​ລະບົບ​ຕ້ານ​ຂີ​ປະ​ນາ​ວຸດ "ທັດ" ຊຸດສຸດ​ທ້າຍ ເຂົ້າ​ໄປ​ໃນຖານ​ທັບ "ທັດ" ກອງທັບ​ອາ​ເມ​ລິ​ກາ​ຢູ່​ເມືອງ​ຊິງ​ໂຈ ​ແຂວງ​ຊິງ​ຊາງ​ບຸກ ສ.​ເກົາຫຼີ.

ນັບ​ແຕ່​ກາງຄືນ​ວັນ​ທີ 6 ກັນຍາ​ນີ້​ເປັນຕົ້ນມາ, ປະຊາຊົນ​ທ້ອງຖິ່ນ ​ແລະ ຜູ້​ທີ່​ຮັກຫອມ​ສັນຕິພາບ ​ໄດ້​ເຕົ້າ​ໂຮມ​ກັນ​ຢູ່​ບ່ອນໃກ້ຖານ​ທັບທີ່​ຕິດຕັ້ງລະບົບ "ທັດ" ​ເພື່ອ​ສະກັດ​ກັ້ນບໍ່​ໃຫ້​ສົ່ງລະບົບ "ທັດ" ​ເຂົ້າ​ໄປ. ຂະນະ​ທີ່​ເຈົ້າໜ້າ​ທີ່​ຕຳຫຼວດ ສ.​ເກົາຫຼີ ​ໄດ້​ສົ່ງ​ຕຳຫຼວດປະມານ 8.000 ຄົນ​ໄປ​ຂັບ​ໄລ່​ກຸ່ມ​ຄົນ​ນັ້ນ ​ທັງ​​ເກີດຊຸກ​ດັນ​ກັນກັບ​ປະຊາຊົນ ສົ່ງ​ຜົນ​ເຮັດ​ໃຫ້​ສອງ​ຝ່າຍ​ໄດ້​ຮັບ​ບາດ​ເຈັບ.

​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ ກ່າວ​ໃນ​ວັນ​ທີ 6 ກັນຍາ​ນີ້​ວ່າ: ການ​ຕິດຕັ້ງລະບົບ​ຕ້ານ​ຂີ​ປະ​ນາວຸດ "ທັດ" ຢູ່ ສ.​ເກົາຫຼີ ບໍ່​ພຽງ​ແຕ່​ບໍ່​ສາມາດ​ແກ້​ໄຂ​ບັນຫາຄວາມ​ໝັ້ນຄົງ​ທີ່​ເປັນ​ເລື່ອງ​ສົນ​ໃຈ​ຂອງ​ປະ​ເທດ​ທີ່​ກ່ຽວຂ້ອງ​ເທົ່າ​ນັ້ນ, ​ຫາກ​ຍັງ​ຈະ​ທຳລາຍ​ຍຸດ​ທະ​ສາດ​ທີ່​ກ້ຳ​ເກິ່ງ​ກັນ​ຢູ່​ພາກ​ພື້ນ​ຢ່າງ​ໜັກໜ່ວງ ​ແລະ​ທຳລາຍຜົນ​ປະ​ໂຫຍ​ດທາງ​ຄວາມ​ໝັ້ນຄົງ​ດ້ານ​ຍຸດ​ທະ​ສາດ​ຂອງ​ປະ​ເທດ​​ໃນພາກ​ພື້ນ ລວມທັງ​ຈີນອີກ​ດ້ວຍ ​ແລະ​ຂະນະ​ດຽວກັນ ກໍຈະ​ສົ່ງ​ຜົນ​ເຮັດ​ໃຫ້​ສະຖານະ​ການ​ຢູ່ແຫຼມ​ເກົາຫຼີ​ເຄັ່ງ​ຕຶງ​ຂຶ້ນຕື່ມ ​ແລະ ​ເກີດ​ການ​ເປັນປໍ​ລະ​ປັກ​ກັນຮຸນ​ແຮງ​ຍິ່ງ​ຂຶ້ນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ