ປື້​ມຄຳ​ພີ​ໂກຣານສະບັບ​ສຳ​ເນົາ​​ເກົ່າ​​ແກ່​ທີ່​ສຸດ​ຂອງ​ຈີນ
2017-09-07 16:27:02  cri 

ປື້​ມຄຳ​ພີ​ໂກຣານສະບັບສຳ​ເນົາ​​ເຜົ່າ​ຊາ​ລາ ທີ່ມີ​ປະຫວັດ​ມາ 800 ກວ່າ​ປີ​ແລ້ວນັ້ນ ເປັນ​ຄັງ​ຕຳລາທີ່​ລ້ຳ​ຄ່າ ​ໂດຍໃນ​ໂລກມີ​ພຽງ​ແຕ່ 3 ​ເຫຼັ້ມ​ເທົ່າ​ນັ້ນ ຈຶ່ງ​ມີ​ຄຸນຄ່າ​ທາງ​ວັດທະນະທຳ​ປະຫວັດສາດ​ຢ່າງ​ສູງສົ່ງ.

ທັງ​ນີ້ ຈຶ່ງ​ໄດ້​ຈັດ​ໃຫ້​ມີ​ພິທີ​ເກັບ​ຮັກສາ​ປື້​ມຄຳ​ພີ​ດັ່ງກ່າວ​ສະບັບ​ພິມຢູ່​ຫໍພິພິທະ​ພັນ​ແຂວງ​ຊິງ​ໄຫ ສປ ຈີນ​ໃນ​ວັນ​ທີ 6 ກັນຍາ​ນີ້ ​ໂດຍ​ສະບັບ​ພິມ ​ໄດ້​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີການ​ພິມທີ່​ກ້າວໜ້າ​ທັນ​ສະ​ໄໝ ​ແລະ​ສາມາດ​ສະ​ແດງ​ອອກຄວາມ​ເປັນ​ດັ້ງ​ເດີມ​ຂອງ​ຄຳ​ພີ​ໂກຣານສະບັບ​​ສຳ​ເນົາຢ່າງ​ສົມບູນ​ແບບ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ