ມະ​ຫາ​ວິ​ທະ​ຍາ​ໄລຈີນ​ແລະ​ຫວຽດ​ນາມລົງ​ນາມ​ໃນສັນ​ຍາ​ໂຄງ​ການ​ຮ່ວມ​ມື MBA
2017-09-07 11:26:15  cri 
ວັນທີ 6 ກັນ​ຍາ​ນີ້ ຢູ່​ນະ​ຄອນ​ຫຼວງ​ຮ່າ​​ໂນ້ຍປະ​ເທດ​ຫວຽດ​ນາມ, ມະ​ຫາ​ວິ​ທະ​ຍາ​ໄລ​ອຸດ​ສາ​ຫະ​ກຳ​ເຈີ້​ຈ່ຽງ​ຈີນ​ມະ​ຫາ​ວິ​ທະ​ຍາ​ໄລ​ຫວຽດ​ນາມ​ແລະ​ສະ​ຖາ​ບັນ​ຄົ້ນ​ຄວ້າ​ການ​ພັດ​ທະ​ນາ​ສະ​ມາ​ຄົມສະ​ຖາ​ບັນ​ການ​ສຶກ​ສາ​ຊັ້ນ​ສູງ​ໄດ້​ລົງ​ນາມ​ໃນສັນ​ຍາ​ໂຄງ​ການ​ຮ່ວມ​ມື MBA ແລະ "3+1".

​ສັນ​ຍາ​ດັ່ງ​ກ່າວລະ​ບຸ​ວ່າ: ມະ​ຫາ​ວິ​ທະ​ຍາ​ໄລ​ອຸດ​ສາ​ຫະ​ກຳ​ເຈີ້​ຈ່ຽງຈີນ​ຈະ​ຮ່ວມ​ມື​ເມື່ອ​ໄດ້​ຮັບ​ການ​ປະ​ສານ​ງານ​ຈາກ​ສະ​ຖາ​ບັນ​ຄົ້ນ​ຄວ້າ​ການ​ພັດ​ທະ​ນາ ​ສະ​ມາ​ຄົມ​ສະ​ຖາ​ບັນ​ການ​ສຶກ​ສາ​ຊັ້ນ​ສູງ​ໂດຍ​ເປົ້າ​ໝາຍ​ເລີ່ມ​ຕົ້ນ​ກໍ​ຄື​ມະ​ຫາ​ວິ​ທະ​ຍາ​ໄລ​ທຸ​ລະ​ກິດ​ແລະ​ເຕັກ​ໂນ​ໂລ​ຊີ​​ຮ່າ​ໂນ້ຍ​ດ້ວຍ​ການ​ສ້າງ​ຕັ້ງຫຼັກ​ສູດ MBA ແລະ​ປະ​​ລິນຍາ​ຕີ "3+1", ໃນ​ນີ້​ຫຼັກ​ສູດ MBA ຈະ​ສອນ​ດ້ວຍ​ພາ​ສາ​ຈີນ  ຫຼັງ​ໄດ້​ຮັບ​ຄວາມ​ເຫັນ​ດີ​ຈາກ​ກະ​ຊວ​ງ​ສຶກ​ສາ​ທິ​ການ​ຈີນ ແລະ​ນັກ​ສຶກ​ສາ​ປະ​ລິນ​ຍາ​ຕີ "3+1" 3 ປີ​ທຳ​ອິດ​ຈະ​ສຶກ​ສາ​ຢູ່​ຫວຽດ​ນາມ​ແລະ​ປີທີ 4 ຈະ​ສຶກ​ສາຢູ່​ມະ​ຫາ​ວິ​ທະ​ຍາ​ໄລ​ອຸດ​ສາ​ຫະ​ກຳ​ເຈີ້​ຈ່ຽງ.

ທ່ານ ຟາມ​ຈີ​ເກືອງ ຮອງ​ຫົວ​ໜ້າ​ກົມ​ການ​ຮ່ວມ​ມື​ສາ​ກົນ​ຂອງ​ກະ​ຊວງ​ການ​ສຶກ​ສາ​ແລະ​ກໍ່​ສ້າງ​ຫວຽດ​ນາມ​ກ່າວ​ວ່າ: ປັດ​ຈຸ​ບັນ, ຢູ່​ຫວຽດ​ນາມນັກ​ສຶກ​ສາ​ 1 ໝື່ນກວ່າ​ຄົນ​​ສຶກ​ສາ​ຢູ່​ຈີນ, ການ​ຮ່ວມ​ມື​ດ້ານ​ການ​ສຶກ​ສາ​ແລະ​ການ​ອົບ​ຮົມ​​ຍົກ​ລະ​ດັບມີ​ຄວາມ​ໝາຍ​ສຳ​ຄັນ​ຕໍ່​ການ​ຊຸກ​ຍູ້​ການ​ເສີມ​ຂະ​ຫຍາຍ​ສາຍ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ